ໃນລະຫວ່າງວັນທີ 16-17 ກັນຍາ 2026 ນີ້, ຄະນະຜູ້ແທນ ການທະຫານຂັ້ນສູງ ກອງທັບປະຊາຊົນລາວ, ນໍາໂດຍ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ປຶກສາຫາລືຄວາມໝັ້ນຄົງ ຊຽງຊານ ຄັ້ງທີ 13 ທີ່ ສປ ຈີນ ເປັນເຈົ້າພາບ, ໂດຍການເປັນປະທານ ຂອງທ່ານ ພົນເອກ ຕົ໋ງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ, ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນ ຫຼາຍກວ່າ 100 ປະເທດ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ປຶກສາຫາລືກັນໃນ 4 ຫົວຂໍ້ຫຼັກ ຄື: ຫົວຂໍ້ທີ 1: ຄວາມເປັນລະບຽບຮຽບຮ້ອຍຂອງໂລກ ແລະ ຄວາມສະຖຽນລະພາບ ທາງດ້ານຍຸດທະສາດ; ຫົວຂໍ້ທີ 2: ການຂັດແຍ່ງພາຍໃນ ການຄາດຄະເນ ແລະ ວິທີທາງໃນການແກ້ໄຂ; ຫົວຂໍ້ທີ 3: ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍ ຕໍ່ກັບຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ໃນອາຊີ-ປາຊີຟິກ ແລະ ຫົວຂໍ້ທີ 4: ພາລະບົດບາດ ແລະ ວິໄສທັດ ຂອງປະເທດທີ່ກໍາລັງພັດທະນາ.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ປະກອບຄໍາເຫັນແລກປ່ຽນ ທັດສະນະ ໃນຫົວຂໍ້ “ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ໃນອາຊີ-ປາຊີຟິກ” ວ່າ: ສະພາບການດ້ານຄວາມໝັ້ນຄົງ ຂອງພາກພື້ນ ນັບມື້ຍິ່ງມີຄວາມສະຫຼັບຊັບຊ້ອນ, ບໍ່ແນ່ນອນ.
ຕໍ່ກັບບັນຫາດ້ານຄວາມໝັ້ນຄົງ ທີ່ພົ້ນເດັ່ນ ມີ 3 ສິ່ງທ້າທາຍສໍາຄັນ ທີ່ຄວນໄດ້ຮັບການເອົາໃຈໃສ່ເປັນພິເສດ ຄື: ການປ່ຽນແປງຂອງສະພາບດິນຟ້າອາກາດ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ວິຖີການດໍາຊີວິດ ຂອງມວນມະນຸດ ແລະ ສິ່ງແວດລ້ອມ ລວມທັງລະບົບນິເວດເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ດ້ານເສດຖະກິດ-ສັງຄົມຂອງຊາດ ແລະ ຄວາມໝັ້ນຄົງ ຂອງພາກພື້ນນໍາອີກ.
ພ້ອມດຽວກັນ, ສປປ ລາວ ກໍໄດ້ເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີກະຊວງປ້ອງປະເທດ ອາຊຽນ ແລະ ອາຊຽນບວກ, ພ້ອມທັງ ກຽມເປັນປະທານຮ່ວມກັບກອງທັບປະຊາຊົນຈີນ ດ້ານການແພດທະຫານ (ປີ 2027-2030) ເຊິ່ງຫຼ້າສຸດໄດ້ປະສົບຜົນສໍາເລັດໃນການເຝິກຊ້ອມ “ຂະບວນລົດໄຟສັນຕິພາບ ຄັ້ງທີ 6” ຮ່ວມກັນ; ຄວາມກ້າວໜ້າທາງເຕັກໂນໂລຊີ ແລະ AI ເຖິງວ່າຈະຊ່ວຍຂະຫຍາຍຕົວທາງເສດຖະກິດ, ແຕ່ກໍຖືກກຸ່ມຄົນບໍ່ດີນໍາໃຊ້ຫຼອກລວງທາງອິນເຕີເນັດ.

Scroll to Top