ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບເລກທີ 874/ຄປນວ, ລົງວັນທີ 24 ກັນຍາ 2026 ວ່າດ້ວຍການຍົກເລີກ ແລະ ໂຈະການເຄື່ອນໄຫວຂອງ ສູນປະຕິບັດທຳ ຫຼັກ 38 ເຊິ່ງຕັ້ງຢູ່ບ້ານ ສ້າງໃສ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ. ທາງຄະນະກໍາມະການປົກຄອງເມືອງ ປາກ ງື່ມ ຈື່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 513/ຄປມ.ປງ, ລົງວັນທີ 25 ກັນຍາ 2026 ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຂື້ນ. ເຊີ່ງປະກອບມີ ຄະນະກໍາມະການປົກຄອງເມືອງ ປາກງື່ມ, ກຳລັງ ປກສ – ປກຊ ເມືອງ, ຄະນະກໍາມະການປົກຄອງຕາແສງ ນາຊອນ, ບ້ານ ສ້າງໃສ ແລະ ບ້ານ ໜອງບົວທອງ. ພ້ອມທັງ ໄດ້ລົງຈັດຕັ້ງປະຕິບັດງານຕົວຈິງ ໃນການປິດ ແລະ ໂຈະການເຄື່ອນໄຫວກິດຈະກໍາຕ່າງໆ ໃນບໍລິເວນສູນປະຕິບັດທໍາຫຼັກ 38 ຢ່າງເປັນທາງການ ໃນວັນທີ 26 ກັນຍາ 2026.
ໃນໂອກາດລົງປະຕິບັດງານຄັ້ງນີ້, ຄະນະກຳມະການ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 874/ຄປນວ ແລະ ຂໍ້ຕົກລົງ ສະບັບເລກທີ 513/ຄປມ.ປງ ໃຫ້ທ່ານ ນ. ທອງແກ້ວ ຊຸມພົນພັກດີ ຜູ້ນໍາສູນປະຕິບັດທຳຫຼັກ 38 ພ້ອມດ້ວຍຄະນະ ແລະ ຜູ້ທີ່ມາປະຕິບັດທໍາຢູ່ສູນ ໄດ້ຮັບຮູ້, ເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບ ເນື້ອໃນຂໍ້ຕົກລົງ. ຜ່ານການຮັບຟັງຂໍ້ຕົກລົງດັ່ງກ່າວ ທ່ານ ນ. ທອງແກ້ວ ຊຸມພົນພັກດີ ພ້ອມຄະນະ ກໍໄດ້ໃຫ້ການຍອມຮັບ ແລະ ຍິນຍອມ ປະຕິບັດຕາມຂໍ້ຕົກລົງຂອງທາງການ. ເຊິ່ງພາຍຫຼັງມີການຍອມຮັບປິດສູນປະຕິບັດທຳຫຼັກ 38 ແລ້ວ, ຄະນະກຳມະການໄດ້ອຳນວຍຄວາມສະດວກໃຫ້ຜູ້ມາປະຕິບັດທໍາ ແລະ ຄະນະໄດ້ເດີນທາງກັບເຮືອນຊານຂອງຕົນເອງຢ່າງປອດໄພ.
ໂດຍລວມແລ້ວ ການລົງຈັດຕັ້ງປະຕິບັດງານຂອງຄະນະກຳມະການໃນຄັ້ງນີ້ ແມ່ນສາມາດຮັກ ສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ 100%.

Scroll to Top