
ໃນວັນທີ 30 ກັນຍາ 2026, ຄະນະທົບທວນໂຄງການ GMS4 ນໍາໂດຍ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ໂພໄຊ ຂັດຕິຍະລາດ ຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ, ທ່ານ ນາງ ສຸດາໄລ ສວນນະວົງ ເຈົ້າໜ້າທີ່ອາວຸໂສ ແລະ ຫົວໜ້າຄະນະທົບທວນໂຄງການ, ຕາງໜ້າທະນາຄານພັດທະນາອາຊີ ພ້ອມພາກສ່ວນກ່ຽວຂ້ອງ.
ໄດ້ລົງຕິດຕາມກວດກາວຽກງານພາກສະໜາມ ໃນ 3 ກິດຈະກຳຫລັກຂອງໂຄງການ, ຊຶ່ງປະກອບມີ: ລະບົບລະບາຍນ້ຳຝົນປະຕູນ້ຳຫ້ວຍປາກຊີມັງ, ວຽກປ້ອງກັນຕາຝັ່ງແມ່ນ້ຳຂອງ ແລະ ວຽກອະນຸລັກມໍລະດົກເຂດເມືອງເກົ່າ ແຕ່ຫ້ອງການໄປສະນີເກົ່າຫາເດີ່ນນ້ຳພຸ. ພ້ອມຮັບຟັງລາຍງານຄວາມຄືບໜ້າ, ບັນຫາອຸປະສັກ ແລະ ການປະຕິບັດມາດຕະການດ້ານສິ່ງແວດລ້ອມ-ສັງຄົມ.
ສຳລັບວຽກປ້ອງກັນຕາຝັ່ງ ມີ 2 ສັນຍາ ລວມມູນຄ່າຫລັງປັບແກ້ 13,07 ລ້ານກວ່າໂດລາສະຫະລັດ ໃນນີ້, ສັນຍາທີ 1 ມູນຄ່າ 8,63 ລ້ານໂດລາສະຫະລັດ ແຕ່ເຂດທ່າດ່ານຫາຫ້ວຍສະຄາມ, ບ້ານເລົ່າໂພໄຊ, ປາກຊີມັງ-ເລົ່າໂພຄໍາ, ປາກຊີມັງ-ມ່ວງສຸມ ແລະ ສັນຍາທີ 2 ມູນຄ່າ 4,45 ລ້ານໂດລາສະຫະລັດ ໂຊນ B ແຕ່ເຂດທ່າດ່ານຮອດອ່າງນໍ້າປະປາບ້ານຈອມແກ້ວ.
ໂຄງການນີ້ມີຄວາມສຳຄັນຍິ່ງຕໍ່ການພັດທະນາເມືອງທ່າແຂກໃຫ້ມີລະບົບລະບາຍນ້ຳທີ່ດີ, ຫລຸດຜ່ອນຄວາມສ່ຽງນ້ຳຖ້ວມ ແລະ ຕາຝັ່ງເຊາະເຈື່ອນ ພ້ອມທັງປົກປັກຮັກສາອະນຸລັກມໍລະດົກປະຫວັດສາດຂອງເມືອງ.
ໂຄງການ GMS4 ໄດ້ຮັບທຶນຊ່ວຍເຫລືອລ້າຈາກທະນາຄານພັດທະນາອາຊີ 54 ລ້ານໂດລາສະຫະລັດ ມີເປົ້າໝາຍປັບປຸງໂຄງລ່າງຕົວເມືອງ ແລະ ເພີ່ມຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ບັນດາຕົວເມືອງ ທີ່ຕັ້ງຢູ່ຕາມແລວເສດຖະກິດ, ລວມທັງເມືອງທ່າແຂກ ແຂວງຄຳມ່ວນ ແລະ ເມືອງປາກຊັນ ແຂວງບໍລິຄຳໄຊ ໂຄງການມີກຳນົດສຳເລັດໃນວັນທີ 30 ມິຖຸນາ 2027.