ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026 ໂດຍຕອບສະໜອງຕາມຄໍາ ເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ວັນທີ 13 ຕຸລາ 2026 ທີ່ ທໍານຽບປະທານາທິບໍດີ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຊຶ່ງຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານ ອີວຮາມ ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ.
ຈາກນັ້ນ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງປະມຸກລັດ ສປປ ລາວ ແລະ ສ. ອາແຊັກໄບຊານ. ໃນໂອກາດນີ້, ພະນະທ່ານ ອີວຮາມ ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ອາແຊັກໄບຊານ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ. ການຢ້ຽມຢາມ ສ. ອາແຊັກໄບຊານຢ່າງເປັນທາງການໃນຄັ້ງນີ້ ເປັນການຢ້ຽມຢາມຄັ້ງທຳອິດໃນຂັ້ນປະມຸກລັດຂອງ ສປປ ລາວ ຊຶ່ງຖືເປັນຂີດໝາຍໃໝ່ອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່ ບົນພື້ນຖານມູນເຊື້ອແຫ່ງ ສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃນສະໄໝສະຫະພາບໂຊວຽດ ກໍຄືນັບແຕ່ການສ້າງຕັ້ງສາຍພົວພັນການທູດໃນປີ 1995 ປັນຕົ້ນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ

Scroll to Top