ະແນກ ວທ ນວ ອອກແຈ້ງການ ຫ້າມເດັກຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການສະຖານບັນເທີງ ໂດຍຕ້ອງກວດບັດປະຈຳຕົວ ຫຼື ເອກະສານຢັ້ງຢືນທຸກຄັ້ງ ຖ້າຝ່າຝືນຈະປັບໃໝ ຫຼື ຖອນໃບອະນຸຍາດ.
ອີງຕາມແຈ້ງການຂອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 1455/ວທ.ນວ ລົງວັນທີ 19 ຕຸລາ 2026 ເຖິງບັນດາຜູ້ປະກອບການ ແລະ ເຈົ້າຂອງທຸລະກິດພັດຕະຄານ, ຮ້ານອາຫານ ແລະ ສະຖານບັນເທີງທັງ 7 ປະເພດ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ.
ເພື່ອເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການບໍລິການ ກຳນົດເວລາປິດຮ້ານ ແລະ ຫ້າມເດັກອາຍຸຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການ ພ້ອມວາງມາດຕະການຕໍ່ຜູ້ລະເມີດ.
* ຕາມເນື້ອໃນແຈ້ງການ ໄດ້ກຳນົດມາດຕະການສຳຄັນ ດັ່ງນີ້:
1. ກຳນົດເວລາປິດບໍລິການຂອງພັດຕະຄານ ແລະ ຮ້ານອາຫານ
ກຳນົດໃຫ້ຫົວໜ່ວຍທຸລະກິດພັດຕະຄານ ແລະ ຮ້ານອາຫານທຸກແຫ່ງໃນທົ່ວນະຄອນຫຼວງ ຕ້ອງປິດການບໍລິການ, ຢຸດເປີດເພງ ແລະ ຢຸດໃຊ້ສຽງດັງ ໃນເວລາ 23:30 ໂມງ ຂອງທຸກໆມື້ ຢ່າງເຂັ້ມງວດ.
2. ກຳນົດເວລາປິດບໍລິການຂອງສະຖານບັນເທີງທັງ 7 ປະເພດ
ສຳລັບຫົວໜ່ວຍທຸລະກິດບັນເທີງທັງ 7 ປະເພດໃນທົ່ວນະຄອນຫຼວງ ຕ້ອງປິດການບໍລິການ, ຢຸດເປີດເພງ, ຢຸດເສບດົນຕີ ແລະ ຢຸດໃຊ້ສຽງດັງ ໃນເວລາ 00:00 ໂມງ ຂອງທຸກໆມື້ ຢ່າງເຂັ້ມງວດ.
3. ຫ້າມເດັກຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການໃນສະຖານບັນເທີງ
ແຈ້ງການໄດ້ລະບຸໃຫ້ຫ້າມເດັກທີ່ມີອາຍຸຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການໃນສະຖານທີ່ບັນເທີງ ໂດຍອ້າງອີງຕາມດຳລັດວ່າດ້ວຍການບັນເທີງ ສະບັບເລກທີ 315/ລບ ລົງວັນທີ 2 ຕຸລາ 2017 ໃນໝວດທີ 5, ມາດຕາ 28–29, ຂໍ້ 1 ແລະ ຂໍ້ 4 ທີ່ກ່ຽວກັບການຫ້າມອະນຸຍາດໃຫ້ເດັກອາຍຸຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການ.
ພ້ອມນີ້, ຜູ້ປະກອບການທຸລະກິດບັນເທີງຕ້ອງມີມາດຕະການກວດສອບບັດປະຈຳຕົວ, ສຳມະໂນຄົວ ຫຼື ເອກະສານຢັ້ງຢືນຕົວຕົນຂອງຜູ້ມາໃຊ້ບໍລິການຢ່າງເຂັ້ມງວດ ກ່ອນໃຫ້ບໍລິການທຸກຄັ້ງ.
4. ມາດຕະການຕໍ່ຜູ້ລະເມີດ
ຫາກກວດພົບວ່າຮ້ານໃດລະເມີດແຈ້ງການສະບັບນີ້ ຈະຖືກດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເດັດຂາດ ໂດຍແບ່ງເປັນ 3 ຂັ້ນຕອນ ຄື:
– ຄັ້ງທີ 1: ສຶກສາອົບຮົມ, ປັບໄໝຕາມລະບຽບ ແລະ ເຮັດບົດບັນທຶກກ່າວເຕືອນ.
– ຄັ້ງທີ 2: ປັບໄໝຕາມລະບຽບການ ແລະ ໂຈະການດຳເນີນກິດຈະການຊົ່ວຄາວ ເປັນເວລາ 30 ວັນ.
– ຄັ້ງທີ 3: ສະເໜີຖອນໃບອະນຸຍາດດຳເນີນທຸລະກິດ ແລະ ປິດກິດຈະການຢ່າງຖາວອນ.
5. ມາດຕະການຈັດຕັ້ງປະຕິບັດ
ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວທັງ 9 ເມືອງ ຈະເພີ່ມທະວີການລົງຕິດຕາມ ແລະ ກວດກາການດຳເນີນກິດຈະການຢ່າງເຂັ້ມງວດ ແລະ ເປັນປະຈຳ.

Scroll to Top