
ວັນທີ 26 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ພື້ນຖານໂຄງລ່າງແຂວງຜົ້ງສາລີ, ໂດຍສະເພາະແມ່ນຖະໜົນຫົນທາງພາຍໃນແຂວງຜົ້ງສາລີ.
ການລົງເຄື່ອນໄຫວຕິດຕາມຊຸກຍູ້ພື້ນຖານໂຄງລ່າງຢູ່ແຂວງຜົ້ງສາລີຂອງທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໃນຄັ້ງນີ້ ໄດ້ລົງຕິດຕາມເສັ້ນທາງ 2E ຊວງເຊື່ອມຕໍ່ລະຫວ່າງແຂວງອຸດົມໄຊ ຫາ ປາກນ້ຳນ້ອຍ ບ້ານສີນໄຊ ເມືອງຂວາ, ແຂວງຜົ້ງສາລີ ແລະ ເສັ້ນທາງເລກ 1208, ຕິດຕາມເສັ້ນທາງຫຼວງແຫ່ງຊາດ1B ປາກນ້ຳນ້ອຍ ຫາ ບ້ານຢໍ້ ເມືອງບຸນເໜືອ ແລະ ໂຄງການພັດທະນາຊົນນະບົດໄລຍະ 4(KFW4) ຈາກການຊ່ວຍເຫຼືອລ້າຂອງປະຊາຊົນ ແລະ ລັດຖະບານປະເທດເຢຍລະມັນ ພວມກໍ່ສ້າງເສັ້ນທາງແຕ່ແຍກເລກ B1 ແຕ່ບ້ານກົກພ້າວ ຫາ ບ້ານພູສະຖິ ເມືອງຂວາໄລຍະທາງ 14,6 ກິໂລແມັດ ຕາມແຜນຈະປູຢາງ 2 ຊັ້ນ 3,9 ກິໂລແມັດ, ປູຊີມັງ2,44 ກິໂລແມັດ, ທາງປູແຮ່ 8,24 ກິໂລແມັດ ແລະ ກໍ່ສ້າງຂົວຊີມັງອັດແຮງ2 ແຫ່ງ ແຕ່ລະແຫ່ງຄວາມຍາວ 25 ແມັດ, ແລະ ສະຖານີກວດກາ ແລະ ຊັ່ງນໍ້າໜັກລົດບັນທຸກ.
ຈາກນັ້ນ ທາງຄະນະຍັງໄດ້ລົງຕິຕາມເສັ້ນທາງເລກ 1202 ເມືອງບຸນໃຕ້, ແຂວງຜົ້ງສາລີ. ເຊີ່ງເປັນເສັ້ນທາງຜ່ານທີ່ສຳຄັນເຊື່ອມຕໍ່ລະຫວ່າງເມືອງບຸນໃຕ້, ແຂວງຜົ້ງສາລີ ຫາ ເມືອງນາໝໍ້, ແຂວງອຸດົມໄຊ ໄລຍະທາງ 73 ກີໂລແມັດ.
ທາງຄະນະຮັບຜິດຊອບຈາກກະຊວງໂຍທາທິການ ແລະ ຂົນສົ່ງ ປຶກສາຫາລືກະກຽມຂື້ນແຜນສະເໜີຕໍ່ລັດຖະບານເພື່ອພິຈາລະນາຂໍງົບປະມານສ້ອມແປງເສັ້ນທາງ ເພື່ອແກ້ໄຂການສັນ ຈອນ ລະຫວ່າງເມືອງຕໍ່ເມືອງ ແຂວງຕໍ່ແຂວງການໄປມາຫາສູ່, ຂົນສົ່ງສິນຄ້າໃຫ້ມີຄວາມສະດວກວ່ອງໄວຍີ່ງຂື້ນ.