
ວັນທີ 30 ຕຸລາ ທີມເຍົາວະຊົນຮຸ່ນອາຍຸບໍ່ເກີນ 10 ປີ ສະໂມສອນ ເບສະຫວັນ FC ໄດ້ອອກເດີນທາງໄປປະເທດສິງກະໂປ ເພື່ອເຂົ້າຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດ Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ໂດຍທີມຈາກລາວເປັນໜຶ່ງໃນ 36 ທີມທີ່ລົງແຂ່ງຂັນໃນລຸ້ນອາຍຸນີ້.
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບສະຫວັນ FC ເປີດເຜີຍວ່າ: ຢູ10ສະໂມສອນເບສະຫວັນ FC ຄວ້າແຊັມການແຂ່ງຂັນທີ່ຈັງຫວັດຊຽງໃໝ່ ປະເທດໄທ ເຮັດໃຫ້ໄດ້ຮັບສິດເຂົ້າຮ່ວມ Singa Cup 2026 ໃນຄັ້ງນີ້.
ເພື່ອເຂົ້າຮ່ວມລາຍການນີ້ ພວກເຮົາໄດ້ເພີ່ມຄວາມເຂັ້ມງວດໃນການຝຶກຊ້ອມ ເພື່ອສ້າງຄວາມພ້ອມ ຮ່າງກາຍ ແລະ ດ້ານເຕັກນິກ ໂດຍຕັ້ງຄວາມຫວັງໄວ້ສູງ ເພື່ອສ້າງຊື່ສຽງໃຫ້ກັບປະເທດຊາດ.
ສຳລັບການແຂ່ງຂັນຮອບກຸ່ມ ເບສະຫວັນ FC ຖືກຈັດໃຫ້ຢູ່ກຸ່ມ F ຮ່ວມກັບ 3 ທີມ ປະກອບມີ:
• Fortaleza Juniors ຈາກສິງກະໂປ
• Fluxnesia Soccer Academy ຈາກອິນໂດເນເຊຍ
• Sunstrikers FC ຈາກຟີລິບປິນ
ຕາຕະລາງແຂ່ງຂັນ ເບສະຫວັນ FC ມີກຳນົດລົງສະໜາມ 3 ນັດໃນວັນທີ 31 ຕຸລາ 2026 ດັ່ງນີ້:
• ເວລາ 11:00 ໂມງ: ພົບກັບ Sunstrikers FC ຈາກຟີລິບປິນ
• ເວລາ 12:00 ໂມງ: ພົບກັບ Fortaleza Juniors ຈາກສິງກະໂປ
• ເວລາ 13:00 ໂມງ: ພົບກັບ Fluxnesia Soccer Academy ຈາກອິນໂດເນເຊຍ