
ໃນລະຫວ່າງວັນທີ 31 ຕຸລາ – 2 ພະຈິກ 2026 ທີ່ນະຄອນຝູໂຈ່, ແຂວງຝູຈ້ຽນ, ສປ ຈີນ . ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະຈາກ ຫ້ອງການກະຊວງ ແລະ ກົມເຄຫາ ແລະ ຜັງເມືອງ ໄດ້ເຂົ້າຮ່ວມ ງານສະເຫຼີມສະຫຼອງ ວັນຕົວເມືອງໂລກ ປະຈຳປີ 2026 (Global Observance of World City Day 2026) ງານຄັ້ງນີ້ ດຳເນີນພາຍໃຕ້ຫົວຂໍ້ “ການຟື້ນຟູຕົວເມືອງ ສ້າງທີ່ຢູ່ອາໄສທີ່ເໝາະສົມສຳລັບທຸກຄົນ” (Regenerating the City: Adequate Housing for All) ເພື່ອປຶກສາຫາລືການແກ້ໄຂວິກິດການດ້ານທີ່ຢູ່ອາໄສທົ່ວໂລກ, ການຟື້ນຟູ ແລະ ຄຸ້ມຄອງຕົວເມືອງ, ການສ້າງຕົວເມືອງໃຫ້ຄົງທົນຕໍ່ການປ່ຽນແປງດິນຟ້າອາກາດ, ການປັບປຸງອາຄານທີ່ຢູ່ອາໄສ ແລະ ເຕັກໂນໂລຊີ ການກໍ່ສ້າງ. ໂດຍເປັນປະທານຂອງ ທ່ານ He Lifeng ຮອງນາຍົກລັດຖະມົນຕີ ສປ ຈີນ.
ຈຸດເດັ່ນສຳຄັນ: 1. ກອງປະຊຸມສອງຝ່າຍ ລາວ-ຈີນ ຄັ້ງທຳອິດ: ໃນໂອກາດນີ້ ທ່ານ ລັດຖະມົນຕີ ຍທຂ ພ້ອມຄະນະ ໄດ້ຈັດກອງປະຊຸມສອງຝ່າຍກັບ ທ່ານ Ni Hong ລັດຖະມົນຕີ ກະຊວງເຄຫາ ແລະ ພັດທະນາຕົວເມືອງ-ຊົນນະບົດ ສປ ຈີນ ເພື່ອເສີມຂະຫຍາຍການຮ່ວມມື ຫຼັງຈາກໄດ້ເຊັນ MOU ລະຫວ່າງສອງກະຊວງ.
ທັງສອງຝ່າຍເຫັນດີສືບຕໍ່ປະສານງານ ແລະ ຊຸກຍູ້ການຮ່ວມມື 6 ດ້ານ:ມາດຕະຖານການກໍ່ສ້າງທີ່ຢູ່ອາໄສ; ການພັດທະນາຕົວເມືອງທີ່ເປັນມິດກັບສິ່ງແວດລ້ອມ, ຍືນຍົງ ແລະ ປັບຕົວໄດ້; ການຄຸ້ມຄອງຂີ້ເຫຍື້ອໃນຕົວເມືອງ ແລະ ເສດຖະກິດໝູນວຽນ; ການວາງແຜນຜັງເມືອງ; ການພັດທະນາບຸກຄະລາກອນ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ; ການຮ່ວມມືໃນໂຄງການສະເພາະດ້ານອື່ນໆ.
ການເຄື່ອນໄຫວຄັ້ງນີ້ ທ່ານ ລັດຖະມົນຕີ ພ້ອມຄະນະ ຍັງໄດ້ເຂົ້າພົບ ທ່ານນາງ Anacláudia Rossbach ຜູ້ອຳນວຍການໃຫຍ່ UN-Habitat ເພື່ອປຶກສາຫາລືສືບຕໍ່ການຮ່ວມມື. ໃນໂອກາດນີ້ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ UN-Habitat ທີ່ໄດ້ຊ່ວຍເຫຼືອດ້ານວິຊາການ ແລະ ທຶນຮອນແກ່ ສປປ ລາວ ໃນຫຼາຍຂົງເຂດ ເຊັ່ນ: ເຄຫາສະຖານ, ການວາງແຜນຜັງຕົວເມືອງ, ໂຄງລ່າງພື້ນຖານທີ່ຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ວຽກງານນ້ຳປະປາ.
ການເຂົ້າຮ່ວມຄັ້ງນີ້ ເປັນບາດກ້າວສຳຄັນໃນການເຊື່ອມໂຍງ ສປປ ລາວ ເຂົ້າກັບເວທີສາກົນ ດ້ານການພັດທະນາຕົວເມືອງແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ