ໃນຕອນເຊົ້າວັນທີ 7 ພະຈິກ 2026, ທີ່ສວນອາຊຽນ-ປະຕູໄຊ ໄດ້ມີພິທີເປີດຂະບວນການຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນອາຫານໂລກ ແລະ ວັນສາກົນ-ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2026.
ກິດຈະກຳຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ, ພ້ອມດ້ວຍ ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ.
ນອກນັ້ນ ຍັງມີຕາງໜ້າຜູ້ປະສານງານອົງການສະຫະປະຊາຊາດ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນຕ່າງໆ ປະຈຳລາວ, ນັກຮຽນ-ນັກສຶກສາ ແລະ ມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ພິເສດໄປກວ່ານີ້ ໄດ້ມີພາບວີດີໂອທີ່ມີຄົນໂພສລົງຕິກຕັອກ ໄດ້ຮັບກະແສຕອບຮັບເປັນຢ່າງດີ ມີຄອມເມັ້ນໄປຕ່າງໆນາໆ ເຊິ່ງລ້ວນແຕ່ເປັນການສະແດງຄວາມຄິດເຫັນ ໄປໃນທິດທາງດຽວກັນ ໄດ້ຍ້ອງເຖິງຄວາມເປັນກັນເອງຂອງນາຍົກ ມີພາວະການເປັນຜູ້ນຳ ແລະ ອື່ນໆອີກ.

Scroll to Top