ສິນເຊື່ອເພື່ອການສຶກສາ

ຈຸດປະສົງ: ເພື່ອສົ່ງເສີມນັກຮຽນ-ນັກສຶກສາໃຫ້ສາມາດຮຽນໄດ້ຕາມຄວາມຕ້ອງການເພື່ອ ອານາຄົດ ແລະ ຊ່ວຍແກ້ໄຂບັນຫາສະພາບຄອງຂອງຜູ້ປົກຄອງ ທີ່ມີລູກຫຼານຫຼາຍຄົນເພື່ອສາມາດສົ່ງລູກຫຼານໄປຕາມຕ້ອງການ

ເປົ້າໝາຍ: ສຳລັບ ນັກຮຽນ-ນັກສຶກສາ ທີ່ກຳລັງຈະເປີດສົກຮຽນໃໝ່

ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.

ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາ​ດອກ​ເບ້ຍ​ແມ່ນ​​ໃຫ້ປະຕິບັດຕາມຜັງ​ດອກ​ເບ້ຍ​ຂອງ ສະຖາບັນການເງິນຊັບທະວີ ​ກຳນົດ​ອອກ​ໃນ​ແຕ່ລະ​ໄລຍະ ຄ່າ​ບໍລິການດ້ານ​ສິນ​ເຊື່ອ​ແມ່ນ​ຂື້ນຕາມວົງເງິນການກູ້ຢືມ

ຈຸດພິເສດ:

  • ເອກະສານງ່າຍ
  • ອະນຸມັດໄວ
  • ໄດ້ເງິນທັນທີ

ເງື່ອນໄຂຜູ້ສະໝັກກູ້ຢືມ

  • ຕ້ອງມີລູກຫຼານທີ່ເປັນນັກຮຽນ-ນັກສຶກສາ
  • ຜູ້ປົກຄອງຕ້ອງມີລາຍຮັບທີ່ແນ່ນອນ
  • ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນການເງີນອື່ນ ( ບໍ່ມີໜີ້ສິນຄຸມເຄືອ ).

ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:

  • ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
  • ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ

ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງ

Scroll to Top