ປະກັນໄພອຸປະຕິເຫດທາງດ້ານຮ່າງກາຍ ຄຸ້ມຄອງທຸກຄ່າໃຊ້ຈ່າຍທີ່ເກີດຈາກ ອຸປະຕິເຫດ

- ປະກັນໄພອຸປະຕິເຫດທາງດ້ານຮ່າງກາຍ ຄຸ້ມຄອງທ່ານຈາກທຸກຄ່າໃຊ້ຈ່າຍ ທີ່ເກີດຈາກອຸປະຕິເຫດ
ປະກັນອຸປະຕິເຫດທາງດ້ານຮ່າງກາຍ ໃຫ້ການທົດແທນຄືນຄ່າປີ່ນປົວ, ພິການຖາວອນ ແລະ ເສຍຊີວິດແກ່ຜູ້ໄດ້ຮັບການຄຸ້ມຄອງ, ຊ່ວຍຫຼຸດຜ່ອນບັນຫາທາງດ້ານການເງິນແກ່ທ່ານ ແລະຄອບຄົວຂອງທ່ານກໍລະນີເກີດອຸປະຕິເຫດ. ປະກັນ ອຸປະຕິເຫດສ່ວນບຸກຄົນ ໃຫ້ການຄຸ້ມກັນທ່ານ:
ໃຫ້ການຄຸ້ມກັນທ່ານຈາກການສູນເສຍ ຫຼື ໄດ້ຮັບບາດເຈັບ ຈາກອຸປະຕິເຫດ ຄຸ້ມກັນທົ່ວໂລກ ຕະຫຼອດ 24 ຊົ່ວໂມງ ບໍ່ຕ້ອງກວດສຸຂະພາບກ່ອນເຮັດປະກັນໄພ.
ແຜນຄຸ້ມຄອງປະກັນອຸປະຕິເຫດທາງດ້ານຮ່າງກາຍ ມີ 3 ທາງເລືອກ
ລາຍລະອຽດ |
ທາງເລືອກ 1 |
ທາງເລືອກ 2
|
ທາງເລືອກ 3
|
ຄ່າທໍານຽມ (ລາຄາ) ປະກັນໄພ ຕໍ່ປີ |
60,000 ກີບ |
90,000 ກີບ |
160,000 ກີບ |
ເສຍຊີວິດຈາກອຸປະຕິເຫດ |
10,000,000 ກີບ |
16,000,000 ກີບ |
30,000,000 ກີບ |
ພິການຖາວອນຈາກອຸປະຕິເຫດ |
10,000,000 ກີບ |
16,000,000 ກີບ |
30,000,000 ກີບ |
ຄ່າປີ່ນປົວ |
1,000,000 ກີບ |
1,600,000 ກີບ |
3,000,000 ກີບ |
ພິເສດ: ທ່ານສາມາດເລືອກຊື້ປະກັນ ອຸປະຕິເຫດທາງດ້ານຮ່າງກາຍໄດ້ຫຼາຍສັນຍາ ເພື່ອຮັບການຄຸ້ມກັນທີ່ສູງຂື້ນ.
ເງື່ອນໄຂບຸກຄົນທີ່ສາມາດຊື້ປະກັນອຸປະຕິເຫດທາງດ້ານຮ່າງກາຍ ຕ້ອງເປັນບຸກຄົນທີ່ອາໄສຢູ່ໃນ ສປປ ລາວ ແລະ ມີອາຍຸຕັ້ງແຕ່ 18-75 ປີ.