‼ປັດຈຸບັນນີ້, ແມ່ໆຫຼາຍຄົນທີ່ກຳລັງມີລູກນ້ອຍຕ່າງກໍເປັນກັງວົນຕໍ່ກັບສຸຂະພາບ ຫຼື ອາການເຈັບປ່ວຍຂອງລູກນ້ອຍ, ເນື່ອງຈາກວ່າ ໃນໄລຍະນີ້ ແມ່ໆຫຼາຍຄົນໄດ້ອອກມາແບ່ງປັນປະສົບການກ່ຽວກັບພະຍາດ RSV ທີ່ລູກຂອງພວກເຂົາກຳລັງພົບຢູ່.
📌ເຊິ່ງບາງກໍລະນີກໍສາມາດເຂົ້າຮັບການປິ່ນປົວໄດ້ຢ່າງທັນການ ແລະ ບາງກໍລະນີແມ່ນບໍ່ສາມາດປິ່ນປົວໄດ້ທັນໃຫ້ເສຍຊີວິດ, ເຊິ່ງມື້ນີ້ລາວໂພສຈະພາທຸກຄົນມາຮູ້ຈັກກັບພະຍາດນີ້ເບື້ອງຕົ້ນ ເພື່ອໃຫ້ຮູ້ທັນ ແລະ ກຽມພ້ອມຮັບມືຢ່າງທັນການ.
😷ພະຍາດ RSV ເປັນໄວຣັສຊະນິດໜື່ງ ທີ່ສາມາດແຜ່ເຊື້ອໄດ້ຜ່ານການໄອ ແລະ ຈາມ, ອາການເບື້ອງຕົ້ນຄ້າຍຄືໄຂ້ຫວັດທຳມະດາ ເຊັ່ນ: ມີໄຂ້, ໄອ, ຈາມ, ນໍ້າມູກໄຫຼ, ເຈັບຫົວ, ເຊິ່ງໄວຣັສຊະນິດນີ້ສາມາດເປັນໄດ້ກັບທຸກໄວ, ແຕ່ຈະພົບຫຼາຍສຸດແມ່ນເດັກແຮກເກີດ ແລະ ເດັກນ້ອຍຕໍ່າກວ່າ 3 ປີ, ຈາກການໃຫ້ຂໍ້ມູນຂອງ ແພດຍິງ ວະຣາລີ ຜະດຸງພັກ ແພດຜູ້ຊ່ຽວຊານເດັກ ແລະ ພະຍາດພູມແພ້ເດັກ ໂຮງໝໍນະຄອນທົນ, ປະເທດໄທ ໄດ້ໃຫ້ຮູ້ວ່າ: ຂໍ້ແຕກຕ່າງລະຫວ່າງໄຂ້ຫວັດ ແລະ ໄວຣັສ RSV ຈະສາມາດສັງເກດໄດ້ຄື:
– ຖ້າເປັນໄຂ້ຫວັດທຳມະດາ ຈະມີໄຂ້ບໍ່ສູງ, ຜ່ານໄປປະມານ 2-3 ມື້ ອາການຈະຄ່ອຍໆດີຂຶ້ນ, ແຕ່ຫາກເປັນໄວຣັສ RSV ອາດຈະມີໄຂ້ສູງເຖິງ 39-40 ອົງສາ ແລະ ຈະເປັນດົນເຖິງ 5-10 ມື້.
– ໄວຣັສຊະນິດນີ້ ເມື່ອເກີດຂຶ້ນກັບເດັກ ຈະມີການຕິດເຊື້ອລົງລະບົບທາງເດີນຫາຍໃຈສ່ວນລຸ່ມເຊັ່ນ: ມີອາການປອດບວມ, ປອດອັກເສບ ແລະ ຫຼອດລົມອັກເສບ, ມີໄອຫຼາຍ ຈົນເຖິງຂັ້ນຮາກ ແລະ ຫາຍໃຈຫອບ.
*ສາເຫດການຕິດເຊື້ອດັ່ງກ່າວ ເກີດຈາກການສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອດັ່ງກ່າວ, ເຊິ່ງເຊື້ອຈະເຂົ້າຜ່ານ ຕາ, ດັງ, ປາກ, ໄວຣັສຊະນິດນີ້ຈະມີຊີວິດຢູ່ໄດ້ຫຼາຍຊົ່ວໂມງ ໂດຍອາໄສເກາະຢູ່ຕາມຮ່າງກາຍ, ວັດຖຸສິ່ງຂອງ ແລະ ແຜ່ເຊື້ອງ່າຍຜ່ານການໄອ ຫຼື ຈາມ.
* ສຳລັບການປິ່ນປົວພະຍາດດັ່ງກ່າວແມ່ນຍັງບໍ່ທັນມີຢາຂ້າເຊື້ອໄວຣັສຊະນິດນີ້ເທື່ອ, ສ່ວນຫຼາຍຈະເປັນການປິ່ນປົວແບບປະຄັບປະຄອງອາການຄື: ຫາກມີໄຂ້ ກໍຈະໃຫ້ກິນຢາແກ້ໄຊ້ ຫາກມີໄອ ກໍຈະໃຫ້ກິນຢາແກ້ໄອ, ແຕ່ຫາກມີອາການຮຸນແຮງເຊັ່ນ: ປອດບວມ, ປອດອັກເສບ, ຫຼອດລົມອັກເສບ ຈະມີການພົ່ນຢາ, ເຄາະປອດລະບາຍຂີ້ກະເທີ່ ຫຼື ດູດຂີ້ກະເທີ່ ເພື່ອເຮັດໃຫ້ອາການດີຂຶ້ນ.
* ວິທີປ້ອງກັນ:
– ລ້າງມືໃຫ້ສະອາດ, ທຳຄວາມສະອາດເຮືອນ ແລະ ເຄື່ອງໃຊ້ຂອງເດັກນ້ອຍເລື້ອຍໆ
– ຫຼີກລ່ຽງໃຫ້ເດັກນ້ອຍສຳຜັດໃກ້ຊິດກັບຄົນແປກໜ້າ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັບຄົນອື່ນ.
– ເມື່ອໃຊ້ເຈ້ຍທິດຊູ່ແລ້ວ ຄວນຖິ້ມລົງຖັງທີ່ມີຝາປິດ.
ຖ້າຫາກສັງເກດວ່າລູກນ້ອຍຂອງທ່ານ ມີອາກາດທີ່ກ່າວມານີ້ຄວນພາເດັກໄປຫາໝໍທັນທີ.
#ລາວໂພສ #ພະຍາດ #ພະຍາດrsv #ພະຍາດເດັກນ້ອຍ #ເດັກນ້ອຍ
ຂໍ້ມູນ: nakornthon hospital.

Scroll to Top