ພະຍາກອນອາກາດ ປະຈໍາເຊົ້າວັນທີ 5 ພະຈິກ 2024 ຄວາມກົດດັນສູງຂອງອາກາດເຢັນທີີ່ປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີີ່ມີກໍາລັງແຮງປານກາງພັດປົກຄຸມ. ເຊິີ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງຢູ່ທົ່ວໄປ ແລະ ຈະມີຝົນ ຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິີ່ນໃນແຕ່ລະພາກຕື່ມອີກ.
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະເຢັນ ຫາ ໜາວເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິີ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 12 – 27 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະເຢັນລົງຕືີ່ມອີກ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ ຫລື ເນື້ອທີີ່ການປົກຫຸ້ມ ຂອງຝົນເທົ່າກັບ 30%ຂອງພາກ. ອຸນຫະພູມໃນລະຫວ່າງ 14 – 32 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີ ຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 20 – 32 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິີ່ນ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ ໃນລະຫວ່າງ 16 – 31 ອົງສາ.
ແຂວງໄຊສົມບູນ: ອາກາດຈະເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກ ໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 13 – 30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດ ເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິີ່ນ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 40%ຂອງພາກ. ອຸນຫະພູມໃນລະຫວ່າງ 16 – 31 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຍັງຈະມີຝົນຕົກໃນລະດັບ ຄ່ອຍ ເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 14 – 24 ອົງສາ.
Scroll to Top