👨‍👩‍👧‍👦ຄອບຄົວຄືຈຸດເລີ່ມຕົ້ນຂອງທຸກຢ່າງ🫶 🧡ສະຖາບັນຄອບຄົວທີ່ເຂັ້ມແຂງ ນໍາມາສູ່ສັງຄົມທີ່ດີ ແລະ ໜ້າຢູ່💞 🎉ຊົມເຊີຍ ວັນຄອບຄົວແຫ່ງຊາດ ທີ 24 ທັນວາ 2024💙 ຂໍໃຫ້ທຸກຄອບຄົວ ມີແຕ່ຄວາມຮັກແພງ, ຄວາມສາມັກຄີ, ຄວາມຜາສຸກ ແລະ ຄວາມໝັ້ນຄົງ ຕະຫຼອດໄປ❤️ 👉ອີງຕາມກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ເລກທີ 05/ສພຊ, ລົງວັນທີ 26 ກໍລະກົດ 2008, ໃນພາກທີ VIII ບົດບັນຍັດສຸດທ້າຍ. ✍️ມາດຕາ 54: ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດເອົາ ວັນທີ 24 ທັນວາ ຂອງທຸກໆປີ ເປັນວັນຄອບຄົວແຫ່ງຊາດ, ວັນດັ່ງກ່າວ ເປັນສັນຍາລັກ ແຫ່ງຄວາມຮັກແພງ, ຄວາມສາມັກຄີ, ຄວາມຜາສຸກ ແລະ ຄວາມໝັ້ນຄົງ ຂອງຄອບຄົວ. #ເຫດຜົນທີ່ເອົາວັນທີ່24ທັນວາເປັນວັນຄອບຄົວແຫ່ງຊາດ ກໍ່ເພາະວ່າ ກົດຫມາຍຄອບຄົວສະບັບທຳອິດໄດ້ຖືກຮັບຮອງໃນວັນທີ 24 ທັນວາ 1990 ນັ້ນເອງ.
Scroll to Top