ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 3 ກຸມພາ ແລະ ອັດລົງໃນຕອນແລງວັນທີ 4 ກຸມພາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາ ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບ ຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.
ສຳລັບແຜນວຽກຈຸດສຸມປະຈຳເດືອນກຸມພາ 2025 ຂອງລັດຖະບານ ແມ່ນສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ລາຄາສິນຄ້າ, ການແກ້ໄຂໜີ້ສິນ, ການທວງໜີ້ຕ້ອງຮັບ ໃຫ້ມີມາດຕະການທີ່ຊັດເຈນ, ເຂັ້ມງວດ ແລະ ເດັດ ຂາດ; ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ລວມທັງການແກ້ໄຂບັນຫາແຮງງານ, ການປະລະການຮຽນ, ບັນຫາໝອກຄວັນ, ບັນຫາລົດເຖື່ອນ, ການຂາດແຄນໄຟຟ້າ, ການແກ້ໄຂຜົນຂອງການກວດກາ-ກວດສອບ ແລະ ອື່ນໆ.
Scroll to Top