ປະມວນພາບງານເປິດບຸນນະມັດສະການ ຜາສາດຫີນວັດພູຈຳປາສັກໃນວັທີ 10 ກຸມພາ 2024
ເຊິ່ງມີການສະແດງບິນໂດຣນ, ຈູດດອກໄມ້ໄຟ, ການສະແດງລະຄອນຢ້ອນຍຸກ ກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ​ – ນາງມະໂລງ, ໄຂ ປິດສະໜາການກໍ່ສ້າງຜາສາດຫີນວັດພູ ແລະ ນາງສີດາ​ຍອດຍິງຜູ້ເສຍສະຫຼະ​ ແລະກິດຈະກຳອື່ນໆ.
ເຂົ້າຮ່ວມເປີດງາຂອງທ່ານ ພົນ​ເອກ​ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.​ ທ່ານ ປ້ານາລີ ສີສຸລິດ ພັນລະຍາ ເລຂາທິການໃຫຍ່ ປະທານປະເທດ​ ແຫ່ງ​ ສປປ​ ລາວ​,​ ທ່ານ​ ນາງ​ ສວນສະຫວັນ​ ວິຍະເກດ ​ ລັດຖະມົນຕີ​ກະຊວງ​ຖະແຫຼງຂ່າວ,​ວັດທະນະທຳ​ ແລະ​ ທ່ອງທ່ຽວ, ທ່ານ​ ອາລຸນໄຊ ສູນນະລາດ​ ເຈົ້າແຂວງໆຈໍາປາສັກ.​ ມີພະເຖລະນຸເຖລະ, ບັນດາທ່ານການນໍາຈາກສູນກາງ, ການນໍາແຂວງພາກໃຕ້, ເອກອັກຄະລັດຖະຖູດ ສປ ຈີນ​ ປະຈຳ​ ສປປ​ ລາວ, ບັນດາທ່ານທູດ, ທູຕານຸທູດ, ກົງສູນໃຫຍ່ ສສ ຫວຽດນາມ,​ ຣາຊະອານາຈັກກຳປູເຈຍ, ຣາຊະອານາຈັກໄທ, ແຂວງ, ເມືອງ ແລະ ແຂກພາຍໃນ ແລະ​ ຕ່າງປະເທດ​ ຕະຫຼອດ​ຮອດມວນຊົນຊາວລາວ ແລະ​ ຊາວ ແຂວງຈໍາປາສັກ

Scroll to Top