ຕອນເຊົ້າວັນທີ 20 ມີນານີ້, ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ສະເໜີກ່ຽວ ກັບການຄົ້ນຄວ້ານະໂຍບາຍພິເສດ ເພື່ອສົ່ງເສີມ ແລະ ດຶງ ດູດການລົງທຶນໃນນິຄົມອຸດສາຫະກໍາ ໂດຍທ່ານໄດ້ລົງເລິກ ເເລະ ອະທິບາຍຊີ້ແຈງເພີ່ມຕື່ມບັນຫາທີ່ເປັນໃຈກາງຂອງນະໂຍບາຍພິເສດໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາມະຕະ ເຊິ່ງເປັນໂຄງການພັດທະນານິຄົມອຸດສະຫະກໍາຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທານັ້ນ ແມ່ນນະໂຍບາຍທີ່ກ່ຽວພັນກັບການຍົກເວັ້ນອາກອນກຳ ໄລໃນໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາດັ່ງກ່າວ.
ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ອີກວ່າ: ລັດຖະ ບານໄດ້ກຳນົດເງື່ອນໄຂສະເພາະສຳລັບຜູ້ພັດທະນາ ແລະ ຜູ້ຈະມາລົງທຶນໃນນິຄົມອຸດສາຫະກຳອຳມະຕະ ຈະໄດ້ຮັບນະໂຍບາຍພິເສດຄືດັ່ງນີ້:
1. ລົງທຶນໃນເຂດທີ່ໄດ້ເຊັນສັນຍາກັບລັດຖະບານຄື: ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດນາເຕີຍ ເເຂວງຫຼວງນໍ້າທາ.
2. ລົງທຶນໃນ 4 ກິດຈະກໍາສົ່ງເສີມພິເສດທີ່ລັດຖະ ບານກຳນົດຄື: 1) ອຸດສາຫະກໍາປຸງແຕ່ງກະສິກຳ ທີ່ນຳໃຊ້ວັດຖຸດິບຈາກພາຍໃນເປັນຫຼັກ ເພື່ອສົ່ງອອກ, 2) ອຸດສາ ຫະກຳຜະລິດແຜງພະລັງງານແສງຕາເວັນ ແລະ ພະລັງງານທົດແທນ, 3) ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່, 4) ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
3. ລົງທຶນພາຍໃນ 7 ປີ ນັບແຕ່ມື້ດໍາລັດວ່າດ້ວຍນິຄົມອຸດສາຫະກຳອຳມະຕະ ມີຜົນສັກສິດເປັນຕົ້ນໄປ.
4. ຜູ້ພັດທະນາຕ້ອງປະຕິບັດພັນທະ 14 ຂໍ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງດຳລັດສະບັບລວມແລ້ວ ຍັງຕ້ອງປະຕິບັດພັນທະເພີ່ມຕື່ມ 10 ຂໍ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງດຳລັດນິຄົມອຸດສາຫະກຳອຳມະຕະ; ສຳ ລັບຜູ້ລົງທຶນ, ນອກຈາກຕ້ອງປະຕິບັດພັນທະ 11 ຂໍ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງດໍາລັດສະບັບລວມແລ້ວ ຍັງຕ້ອງປະຕິບັດພັນທະເພີ່ມຕື່ມ 7 ຂໍ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງດຳລັດນິຄົມອຸດສາຫະກຳອຳມະຕະຕື່ມອີກ.
5. ນະໂຍບາຍຍົກເວັ້ນອາກອນກຳໄລ 30 ປີ ແມ່ນໃຫ້ສະເພາະຜູ້ລົງທຶນໃນນິຄົມ (ຜູ້ມາສ້າງຕັ້ງໂຮງຈັກ-ໂຮງ ງານ), ສ່ວນຜູ້ພັດທະນາແມ່ນໄດ້ຮັບນະໂຍບາຍສົ່ງເສີມຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນກໍານົດ ແລະ ຕ້ອງດຶງດູດ ແລະ ລະດົມທຶນເຂົ້າມາເຂດນິຄົມອຸດ ສະຫະກຳ 4.5-5 ຕື້ໂດລາສະຫະລັດ ໃນໄລຍະ 5-7 ປີ ພາຍຫຼັງເລີ່ມຕົ້ນການພັດທະນາ.
6. ໂຄງການດັ່ງກ່າວ ຈະຕ້ອງໄດ້ມີການສະຫຼຸບລາຍ ງານ ແລະ ຖືກປະເມີນການພັດທະນາໂຄງການ ແລະ ການປະຕິບັດພັນທະຂອງຜູ້ພັດທະນາ ແລະ ຜູ້ລົງທຶນໃນທຸກໆປີ ໃນໄລຍະ 7 ປີ ໂດຍຄະນະທີ່ປະກອບດ້ວຍຜູ້ຕາງໜ້າຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ພະແນກການຂອງແຂວງ ເພື່ອຮັບປະກັນໂຄງການໄດ້ຮັບການພັດທະນາ ໂດຍສອດຄ່ອງກັບກົດໝາຍ ແລະ ດຳລັດວ່າດ້ວຍນິຄົມອຸດສາຫະກຳໄດ້ກຳນົດ; ຫຼັງຈາກນັ້ນ, ລັດຖະບານ ແລະ ສະພາ ສາມາດພິຈາລະນາວ່າຈະມີການເຈລະຈາປັບປຸງຄືແນວໃດ.
Scroll to Top