ໃນວັນທີ 26 ມີນາ 2025 ທີ່ ແຂວງໄຮນານ ສປ ຈີນ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍຊຽງ ກໍາມະການປະຈໍາກົມການເມືອງສູນກາງພັກ, ຜູ້ປະຈໍາການຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ປະຈໍາ 2025 ໃນລະຫວ່າງວັນທີ 26-28 ມີນາ 2025.

Scroll to Top