ເຫດການແຜ່ນດິນໄຫວທີ່ປະເທດ ມຽນມາ ຄັ້ງວັນທີ 28 ມີນາ 2025, ຂະໜາດ 7,7 ຣິກເຕີ ເລິກຈາກໜ້າດິນ 10 ກິໂລແມັດ; ມາຮອດ ວັນທີ 31 ມີນາ 2025 ຍັງຄົງສືບຕໍ່ເກີດເຫດການແຜ່ນດິນໄຫວຂະໜາດນ້ອຍ ຫຼື Aftershocks ເກືອບທຸກຊົ່ວໂມງ ສະຫຼຸບຄັ້ງສຸດທ້າຍ ແຕ່ວັນທີ28-31 ມີນາ, ລວມເຫດການທັງໝົດ 339 ທັງພາຍໃນປະເທດມຽນມາ ແລະ ປະເທດອ້ອມຂ້າງ, ລວມ ສປປ ລາວ.
Aftershocks ຈະຍັງຄົງສືບຕໍ່ໄປເລື່ອຍໆ ເປັນອາທິດ, ເປັນເດືອນ, ຫຼື ເປັນປີ ຂື້ນກັບຄວາມແຮງຂອງຂະໜາດແຜ່ນດິນໄຫວຫຼັກ ແລະ ລັກສະນະໂຄງສ້າງທາງທໍລະນີວິທະຍາສາດ.