ສິນເຊື່ອເພື່ອພະນັກງານລັດ ແລະ ເອກະຊົນ

ຈຸດປະສົງ: ເປັນເງິນກູ້ໃຫ້ແກ່ພະນັກງານ ທີ່ສັງກັດຢູ່ກະຊວງ, ອົງການທຽບເທົ່າ, ອົງການສາກົນ, ຫົວໜ່ວຍທຸລະກິດທັງລັດວິສາຫະກິດ ແລະ ເອກະຊົນ ທີ່ມີລາຍຮັບໝັ້ນຄົງ ເພື່ອແກ້ໄຂເສດຖະກິດຄອບຄົວ

ເປົ້າໝາຍ: ພະນັກງານລັດ ຫຼື ພະນັກງານເອກະຊົນ

ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.

ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາດອກເບ້ຍແມ່ນໃຫ້ປະຕິບັດຕາມຜັງດອກເບ້ຍຂອງ ສະຖາບັນການເງິນຊັບທະວີ ກຳນົດອອກໃນແຕ່ລະໄລຍະ ຄ່າບໍລິການດ້ານສິນເຊື່ອແມ່ນຂື້ນຕາມວົງເງິນການກູ້ຢືມ

ຈຸດພິເສດ:

  • ເອກະສານງ່າຍ
  • ວົງເງິນກູ້ຢືມສູງ
  • ຜ່ອນສະບາຍ
  • ອະນຸມັດໄວ
  • ໄດ້ເງິນທັນທີ

ເງື່ອນໄຂຜູ້ສະໝັກກູ້ຢືມ

  • ເປັນພະນັກງານລັດ, ລັດວິສາຫະກິດ ແລະ ພະນັກງານເອກະຊົນ ທີ່ມີຜູ້ວ່າຈ້າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ
  • ຕ້ອງເປັນພະນັກງານສົມບຸນ ແລະ ມີປະຫວັດດີປະຕິບັດໜ້າທີ່ຢູ່ກັບຜູ້ວ່າຈ້າງ ຢ່າງຕໍ່ເນື່ອງເກີນໜຶ່ງປີຂຶ້ນໄປ
  • ເປັນພະນັກງານທີ່ມີເງິນເດືອນຜ່ານທະນາຄານ ທຄຕລ ຫຼື ທະນາຄານທີ່ກ່ຽວຂ້ອງສາມາດຢັ້ງຢືນໄດ້ຜ່ານໃບລາຍງານການເຄື່ອນໄຫວບັນຊີ (Bank Statement)
  • ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນອື່ນ
  • ອື່ນໆ ຕາມການກຳນົດເພີ່ມໃນແຕ່ລະໄລຍະ

ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:

  • ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
  • ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
  • ບັນຊີສຳຮອງຢ້ອນຫຼັງ 3 ເດືອນ
  • ໃບຢັ້ງຢືນການເປັນພະນັກງານ ແລະ ໃບຢັ້ງຢືນເງິນເດືອນຈາກກົມກອງ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ
Scroll to Top