ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນຊ່ວງວັນທີ 1-20 ຕຸລາ 2025 (ເປັນເວລາ 20 ວັນ) ຈະໄດ້ປີດເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ ເພື່ອກໍ່ສ້າງຮ່ອງລະບາຍນໍ້າ ແລະ ເທເບຕົງຫນ້າທາງ ໃຫ້ໄດ້ຕາມມາດຕະຖານເຕັກນິກທີ່ກໍານົດໄວ້, ເນື່ອງຈາກວ່າ ເສັ້ນທາງຢູ່ຈຸດດັ່ງກ່າວມີພື້ນທີ່ຄັບແຄບ, ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປິດການສັນຈອນຊົ່ວຄາວ ເພື່ອເຮັດໃຫ້ການດໍາເນີນການກໍ່ສ້າງໄດ້ຕາມເຕັກນິກການອອກແບບ, ສໍາເລັດຕາມແຜນທີ່ກໍານົດໄວ້ ແລະ ຮັບປະກັນໃຫ້ມີຄວາມປອດໄພ.
ສະນັ້ນ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງຂໍຄວາມຮ່ວມມືມາຍັງ ສໍານັກງານອົງ ການຈັດຕັ້ງ ລັດ-ສາກົນ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການຈັດຕັ້ງທຸກພາກສ່ວນ, ຕະຫຼອດຮອດພໍ່ແມ່ ປະຊາຊົນ, ຊາວຄ້າຂາຍ ໃນນະຄອນຫຼວງວຽງຈັນ ແລະ ຜູ້ມີຈຸດປະສົງນໍາໃຊ້ເສັ້ນທາງດັ່ງກ່າວ ແມ່ນໃຫ້ເວັ້ນໄປນໍາໃຊ້ເສັ້ນທາງອື່ນ, ເວັ້ນໄປນໍາໃຊ້ເສັ້ນທາງລອດກ້ອງທາງລົດໄຟສໍາລັບລົດບັນທຸກຫນັກ ຫຼື ທ່ານໃດທີ່ອາໃສຢູ່ເຂດນັ້ນ ກໍຂໍໃຫ້ຄວາມຮ່ວມມື ແລະ ມີຄວາມລະມັດລະວັງ ໃນການຂັບຂີ່ ແລະ ໃຫ້ປະຕິບັດຕາມເຈົ້າຫນ້າທີ່ອໍານວຍຄວາມສະດວກ ຫຼື ໄປຕາມເສັ້ນທາງເວັ້ນ ທີ່ທາງເຈົ້າຫນ້າທີ່ໄດ້ກໍານົດໄວ້.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ.
Scroll to Top