ທີ່ກອງປະຊຸມສະຫຼຸບວຽກງານປະຕິຮູບລັດວິສາຫະກິດທົ່ວປະເທດ ປະຈໍາປີ 2025 ໃນວັນທີ 17 ທັນວາ 2025 ນີ້ ທີ່ສູນປະຊຸມ ICTC ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າໂອ້ລົມຕໍ່ກອງປະຊຸມດັ່ງກ່າວໃນພາກບ່າຍ.
ໂອກາດດັ່ງກ່່າວ, ທ່ານ ເລຂາທິການໃຫຍ່ ປະທານປະ​ເທດ ໄດ້ມີຄຳເຫັນຊີ້ນຳຕໍ່ບາງທິດທາງ ແລະ ຄາດໝາຍສູ້​ຊົນໃນຕໍ່ໜ້າ ເປັນຕົ້ນແແມ່ນ: ໃຫ້ມີການປັບປຸງພາລະບົດ​ບາດ, ໜ້າທີ່ຂອງລັດວິສາຫະກິດໃຫ້ຈະແຈ້ງ, ແຍກ ແລະ ແກ້ໄຂບັນຫາສາຍພົວພັນ ລະຫວ່າງ ການຄຸ້ມຄອງມະຫາພາກ ຂອງລັດ ຕໍ່ລັດວິສາຫະກິດ ແລະ ຄວາມເປັນເຈົ້າ, ສິດ ໃນການຄຸ້ມຄອງ-ບໍລິຫານທຸລະກິດ ຂອງລັດວິ​ສາຫະກິດ; ຄຽງຄູ່ກັບການປັບປຸງສະພາບໍລິຫານ, ລັດວິ​ສາຫະກິດຂະໜາດໃຫຍ່, ປະທານສະພາບໍລິຫານ; ຄະນະສະພາບໍລິຫານ, ຄະນະອຳນວຍການເລືອກເຟັ້ນເອົາຜູ້ທີ່ມີຄວາມ​ຮູ້ຄວາມສາມາດ, ເປັນມືອາຊີບ; ແບ່ງໜ້າທີ່,​ ຄວາມຮັບ​ ຜິດ​ຊອບຈະແຈ້ງ ລະຫວ່າງ ຄະນະປະຕິຮູບລັດວິສາຫະ ກິດຂັ້ນສູນກາງ ກັບ ກະຊວງ, ອົງການ ແລະ ທ້ອງຖິ່ນ ທີ່ລັດວິສາຫະກິດຂຶ້ນກັບ, ພ້ອມປັບປຸງແຜນດໍາເນີນທຸລະ​ກິດ, ມີປະສິດທິຜົນ, ມີກໍາໄລ, ບໍ່ໃຫ້ຫຼຸບທຶນເດັດຂາດ.
ທ່ານ ປະທານປະເທດ ຍັງເນັ້ນວ່າ: ເຮັດໃຫ້ລັດວິສາຫະ​ກິດມີຄວາມສາມາດໃນການປະຕິບັດນະໂຍບາຍຂອງພັກ- ລັດ, ດັດສົມ-ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດທີ່ເກີດຂຶ້ນໄດ້; ໃນ 5 ປີ ຕໍ່ໜ້າ ຕ້ອງແກ້ໄຂບັນຫາໜີ້ສິນ ໃນລັດວິສາຫະກິດໃຫ້ໄດ້, ສ້າງຄວາມໂປ່ງໃສ, ການບໍລິຫານທີ່ດີ, ປັບປຸງກົງຈັກ-ບຸກຄະລາກອນ ສ້າງຄວາມຕັ້ງໜ້າເປັນເຈົ້າການຢ່າງແທ້ຈິງ.
ເພີ່ມທະວີການຄຸ້ມຄອງມະຫາພາກ ຂອງລັດ ຕໍ່ລັດວິສາ​ຫະກິດ: ສືບຕໍ່ວາງແນວທາງ, ນະໂຍບາຍ, ຕິດຕາມ, ກວດ​ກາ ແລະ ກະຕຸກຊຸກຍູ້ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ; ສ້າງສະພາບແວດລ້ອມ, ເງື່ອນໄຂທີ່ສອດຄ່ອງ, ອໍານວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນ, ຊຸກຍູ້ສົ່ງເສີມໃຫ້ມີການພົວພັນຮ່ວມມື, ເຂົ້າເຖິງຕະຫຼາດຂອງພາກພື້ນ ແລະ ສາກົນ;
ທ່ານ ປະທານປະເທດ ຍັງກ່າວວ່າ: ທັດສະນະ ແລະ ນະ​ໂຍບາຍອັນສະເໝີຕົ້ນສະເໝີປາຍ ຂອງພັກ-ລັດເຮົາ ແມ່ນຖືບັນດາພາກສ່ວນເສດຖະກິດ ເປັນກໍາລັງແຮງໃນພື້ນຖານເສດຖະກິດແຫ່ງຊາດ, ສ້າງ ແລະ ພັດທະນາທຸກພາກສ່ວນເສດຖະກິດ ໃຫ້ມີຄວາມເຂັ້ມແຂງ, ມີຄວາມສະເໝີພາບຕໍ່ໜ້າກົດໝາຍ, ເປັນເຈົ້າຕົນເອງ, ສາມາດຢືນດ້ວຍລໍາແຄ່ງຂອງຕົນ ແລະ ອອກສູ່ໂລກຢ່າງເປັນເຈົ້າການຕາມທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມ​ແຂງດ້ວຍຕົນເອງ. ໃນນັ້ນ ຕ້ອງສ້າງລັດວິສາຫະກິດ ໃຫ້​ເປັນຕົວແບບ ແລະ ນຳໜ້າ ໃຫ້ແກ່ພາກສ່ວນເສດຖະກິດອື່ນໆ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.
ເລັ່ງປັບປຸງການຄຸ້ມຄອງລັດວິສາຫະກິດໃຫ້ທັນສະໄໝ ໂດຍນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ, ປະເມີນຜົນການດຳ​ເນີນທຸລະກິດ, ປະເມີນຜູ້ບໍລິຫານ ແລະ ພະນັກງານ.
ທ່ານກ່າວເນັ້ນໜັກໃນຕອນທ້າຍວ່າ : ການປະຕິຮູບລັດ​ວິສາຫະກິດຂອງປະເທດເຮົາ ບໍ່ສາມາດຈະຊັກຊ້າ, ລັດວິ​ສາຫະກິດ ສືບຕໍ່ເຮັດພາລະບົດບາດ, ໜ້າທີ່ຂອງຕົນຕໍ່ໄປ ແຕ່ຕ້ອງເຮັດດ້ວຍຄຸນນະພາບໃໝ່, ກົນໄກໃໝ່ ແລະ ມີຜົນງານໃໝ່ ເຮັດທຸລະກິດມີກໍາໄລ, ບໍ່ໃຫ້ຫຼຸບທຶນ.
ມອບໃຫ້ຄະນະປະຕິຮູບລັດວິສາຫະກິດ ເປັນເສນາທິ ການ ໃຫ້ລັດຖະບານ ແລະ ກົມການເມືອງ ສືບຕໍ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ແລະ ຕັດສິນໃຈສູງ ເພື່ອເຮັດໃຫ້ການປະຕິຮູບໄດ້ມີການຫັນປ່ຽນໃໝ່ທີ່ເປັນຮູບປະທຳ.
Scroll to Top