3 ຂັ້ນຕອນ ຂີດບັດເລືອກຕັ້ງໃຫ້ຖືກວິທີ ເພື່ອໃຫ້ສິດສຽງໄດ້ຮັບປະສິດທິຜົນ
ວັນທີ 22 ກຸມພາ 2026 ການຂີດບັດເລືອກຕັ້ງ ແມ່ນໃຫ້ຂີດຊື່ຜູ້ທີ່ທ່ານບໍ່ເລືອກເທົ່ານັ້ນ, ຂີດແຕ່ເລກລໍາດັບຈົນສຸດນາມສະກຸນ ແລະ ຂີດໃຫ້ຖືກຕາມຈຳນວນທີ່ກຳນົດ.
ຂໍເຊີນປະຊາຊົນລາວທົ່ວປະເທດ ອອກໄປໃຊ້ສິດປະຊາທິປະໄຕ ເພື່ອເລືອກເອົາຕົວແທນ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ທີ່ມີຄວາມຮູ້ຄວາມສາມາດ ເຂົ້າມາບໍລິຫານບ້ານເມືອງ ແລະ ທີ່ສໍາຄັນຕ້ອງກວດເບິ່ງວິທີການຂີດບັດໃຫ້ຖືກຕ້ອງຕາມລະບຽບການ ເພື່ອການນໍາໃຊ້ສິດທີ່ຖືກຕ້ອງ ແລະ ບໍ່ໃຫ້ເກີດຄວາມເຂົ້າໃຈຜິດ.
ໃນການເລືອກຕັ້ງ ຕ້ອງຂີດບັດໃຫ້ຖືກຄື:
1. ໃຫ້ຂີດຊື່ຜູ້ທີ່ທ່ານບໍ່ເລືອກເທົ່ານັ້ນ.
2. ຂີດແຕ່ເລກລໍາດັບຈົນສຸດນາມສະກຸນ.
3. ຂີດໃຫ້ຖືກຕ້ອງຕາມຈຳນວນທີ່ກຳນົດ.
ຖ້າປະຕິບັດຖືກຕາມ 3 ຂັ້ນຕອນນີ້ແລ້ວ ສະແດງວ່າທ່ານໄດ້ໃຊ້ສິດເລືອກຕັ້ງສໍາເລັດ ແລະ ຖືກຕ້ອງຕາມຂັ້ນຕອນ.
Scroll to Top