ໃນຕອນແລງວັນທີ 25 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026 ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂ ຂຶ້ນໃນຕອນເຊົ້າວັນທີ 24 ແລະ ອັດລົງໃນຕອນບ່າຍວັນທີ 25 ກຸມພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫລັກ ການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ດັ່ງນີ້: ວາລະທີ 1 ວຽກງານຈຸດສຸມຮີບດ່ວນ ຄື: ຮ່າງເນື້ອໃນບົດເຜີຍແຜ່ ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຄວາມຄືບໜ້າໃນການແກ້ໄຂຜົນກະທົບດິນຍຸບ ຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ສະພາບ ນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວ ໃນຕໍ່ໜ້າ. ໃນນັ້ນ: ກອງປະຊຸມ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບເງື່ອນໄຂທ່າແຮງຕົວຈິງຂອງປະເທດເຮົາ ບົນຈິດໃຈ ແລະ ຄາດໝາຍໃຫຍ່ ທີ່ໄດ້ກຳນົດໄວ້ໃນມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍສະເພາະ ແຜນພັດທະນາບໍ່ແຮ່ ແລະ ແຜນພັດທະ ນາການທ່ອງທ່ຽວລາວ ໃນຕໍ່ໜ້າ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 4 ສະບັບຄື:
*ນະໂຍບາຍ ການນຳໃຊ້ລົດໄຟຟ້າ ຢູ່ ສປປ ລາວ;
*ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປ ລາວ;
*ຮ່າງດໍາລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງ ລົດໄຟ;
*ຮ່າງດໍາລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.
ໃນນັ້ນ, ກອງປະຊຸມໄດ້ຊີ້ນໍາຂະແໜງ ການ ກ່ຽວຂ້ອງນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງ-ປະ ກອບເນື້ອໃນ ໃຫ້ຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິິກໍາກ່ຽວຂ້ອງ ທີ່ໄດ້ປະ ກາດໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
Scroll to Top