ເນື່ອງໃນວະລະໂອກາດຄົບຮອບ 116 ປີ, ວັນທີ 8 ມີນາ 1910 – 8 ມີນາ 2026 ວັນແມ່ຍີງສາກົນໝູນວຽນກັບມາອີກຄັ້ງໜຶ່ງ, ໃນນາມຂອງ ອົງກອນ ຊັບທະວີ,
ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ ໂດຍສະເພາະສະຫະພັນແມ່ຍີງ, ຜູ້ທີ່ເປັນແມ່, ເປັນເມຍ, ເອື້ອຍ ນ້ອງ ທີ່ເປັນຄອບຄົວຂອງພະນັກງານ, ທະຫານ, ຕຳຫຼວດ ທີ່ພວມປະຕິບັດໜ້າທີ່ ຈົ່ງມີສຸຂະພາບເຂັ້ມແຂງມີຄວາມສຸກ – ຄວາມຈະເລີນ- ຮຸ່ງເຮືອງ ແລະ ກ້າວໜ້າໃນໜ້າທີ່ວຽກງານຂອງທ່ານ;
ຂໍອວຍພອນໄຊມາຍັງ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ແລະ ພໍ່ຄ້າແມ່ຄ້າຊາວຂາຍ ຈົ່ງມີສຸຂະພາບເຂັ້ມແຂງ, ຄອບຄົວມີແຕ່ຄວາມຜາສຸກ ສຶບຕໍ່ປະກອບສ່ວນໃນພາລະກິດ ໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ;
ສະຖາບັນການເງິນຊັບທະວີ ຂໍຢືນຢັນຈະສືບຕໍ່ເປັນສ່ວນໜຶ່ງໃນການສະໜັບສະໜູນການພັດທະນາເສດຖະກິດ ການສ້າງໂອກາດທາງການເງິນ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນຢ່າງຕໍ່ເນື່ອງ;