ຄວາມຄືບໜ້າຫຼ້າສຸດ ກໍລະນີຜູ້ສູນຫາຍຕິດຢູ່ພາຍໃນຖ້ຳ ເຂດແຂວງໄຊສົມບູນ ສປປ ລາວ ຫຼ້າສຸດທີມກູ້ໄພລາວ-ໄທ ສາມາດພົບຜູ້ຕິດຢູ່ພາຍໃນຖ້ຳແລ້ວ 5 ຄົນ ຈາກທັງໝົດ 7 ຄົນ ຫຼັງຈາກສູນຫາຍເປັນເວລາຫຼາຍມື້.

ລາຍງານຈາກເຈົ້າໜ້າທີ່ລະບຸວ່າ ຜູ້ທີ່ຖືກພົບທັງ 5 ຄົນ ຍັງມີຊີວິດ ແລະ ຢູ່ໃນສະພາບປອດໄພ ແຕ່ມີອາການອ່ອນເພຍ ເນື່ອງຈາກຂາດອາຫານ ແລະ ນ້ຳດື່ມເປັນເວລາຫຼາຍມື້ ຈຶ່ງໄດ້ສົ່ງສະບຽບອາຫານເເລະຢາ ເຂົ້າໄປບຳລຸງ ທັງ5 ຄົນເເລ້ວຈຶ່ງຄ່ອຍນຳອອກມາເເລະທີມກູ້ໄພຈຶ່ງເລັ່ງຄົ້ນຫາອີກ 2 ຄົນທີ່ຍັງສູນຫາຍ.
ສຳລັບພາລະກິດການກູ້ໄພໃນຄັ້ງນີ້ ເປັນໄປດ້ວຍຄວາມຫຍຸ້ງຍາກ ເນື່ອງຈາກພາຍໃນຖ້ຳມີນ້ຳຖ້ວມ ໂຄນໜາ ແລະ ທາງເຂົ້າບາງຈຸດແຄບຫຼາຍ ຈົນຕ້ອງໃຊ້ນັກດຳນ້ຳ ແລະ ທີມກູ້ໄພພິເສດເຂົ້າປະຕິບັດງານ.

ປະຊາຊົນຈຳນວນຫຼາຍ ກຳລັງຕິດຕາມຂ່າວນີ້ຢ່າງໃກ້ຊິດ ແລະ ສົ່ງກຳລັງໃຈໃຫ້ທີມກູ້ໄພ ສາມາດນຳຕົວຜູ້ສູນຫາຍທີ່ເຫຼືອອອກມາໄດ້ຢ່າງປອດໄພ.

ລາຍລະອຽດເຫດການ

* ສະຖານທີ່: ເຂດຖ້ຳ ແຂວງໄຊສົມບູນ, ສປປ ລາວ
* ຈຳນວນຜູ້ສູນຫາຍ: 7 ຄົນ
* ພົບແລ້ວ: 5 ຄົນ
* ຍັງສູນຫາຍ: 2 ຄົນ
* ໜ່ວຍງານກູ້ໄພ: ທີມກູ້ໄພລາວ-ໄທ ແລະ ນັກດຳນ້ຳພິເສດ

Scroll to Top