ໃນຕອນບ່າຍວັນທີ 25 ມິຖຸນາ 2026 ພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບພາຫະນະ ແລະ ເຄື່ອງກົນຈັກ ໃຫ້ ຫ້ອງການໂຍທາທິການ ແລະ ຂົນສົ່ງ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານສ້ອມແປງສຸກເສີນ ເສັ້ນທາງຮ່ອມທາງຊອຍ ພາຍໃນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີ ໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການ ປົກຄອງນະຄອນຫຼວງວຽງຈັນ, ທ່ານ ບຸນຍະວັດ ນິຣະໄຊຍ໌ ຫົວໜ້າພະແນກ ຍທຂ.ນວ, ມີຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ຮອງຫົວໜ້າພະແນກ, ຕ່າງໜ້າຫ້ອງການ ຍທຂ ບັນດາເມືອງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ທ່ານ ພອນໄຊ ສຸລິຍະວົງ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ກວດກາ ພະແນກ ຍທຂ.ນວ ໃຫ້ຮູ້ວ່າ: ການມອບຮັບພາຫະນະ ແລະ ກົນຈັກ ຮັບໃຊ້ວຽກສ້ອມແປງທາງໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການສ້ອມແປງ ແລະ ບູລະນະຮັກສາເສັ້ນທາງໃນນະຄອນຫຼວງວຽງຈັນ ຜ່ານການຄົ້ນຄວ້າເຫັນວ່າມີຄວາມຈໍາເປັນ ໂດຍສະເພາະການສະໜອງອຸປະກອນ ຮັບໃຊ້ທີ່ເປັນພື້ນຖານວຽກງານ ປັບປຸງ ແລະ ສ້ອມແປງເສັ້ໜທາງ ທີ່ເປ່ເພມີຂຸມຮັງໄກ່(ທາງເປັນຂຸມຂະໜາດນ້ອຍ) ເພື່ອຫຼຸດຜ່ອນ ບໍ່ໃຫ້ທາງເປ້ເພແຜ່ລ່າມກວ້າງອອກ ສະນັ້ນເພື່ອໃຫ້ວຽກດັງກ່າວໄດ້ຮັບການແກ້ໄຂ ແລະ ຖືກຈັດຕັ້ງປະຕິບັດ ສໍາເລັດຕາມຄາດໝາຍ.
ເຊິ່ງພາຫະນະທີ່ມອບ ມີ 3 ລາຍການຄື: ລົດໄຟຟ້າຍົກດ້າມຈໍານວນ 9ຄັນ, ເຄື່ອງຈັກຕໍາດິນ ຈໍານວນ 9 ໜ່ວຍ ແລະ ເຄື່ອງຈັກລີດດິນ ຈໍານວນ 9 ໜ່ວຍ ລວມມູນຄ່າທັງໝົດ 915,300,000 ກີບ.
ເຊິ່ງໄດ້ມອບໃຫ້ຫ້ອງການ ຍທຂ ໃນ 9 ຕົວເມືອງໆລະ 1 ຊຸດ ເພື່ອນໍາເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດມີປະສິດທິພາບສູງສຸດ. ພ້ອມກັນນັ້ນ ພະແນກ ຍທຂ .ນວ ຍັງຈະໄດ້ລົງຕິດຕາມ ຊີ້ນໍາຕົວຈິງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ນໍາໃຊ້ອຸປະກອນ ເຄື່ອງກົນຈັກມີປະສິດທິພາບ ປະສິດທິຜົນສູງສຸດ ແລະນຳໃຊ້ໄດ້ຍາວນານ.

Scroll to Top