ອິງຕາມການປ່ຽນແປງຂອງສະພາບເສດຖະກິດສັງຄົມໃນປັດຈຸບັນ ສະພາແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ ເລກທີ 88/ສພສ ລົງວັນທີ 25 ມິຖຸນາ 2025 ເພື່ອປ່ຽນແທນສະບັບເກົ່າ 2019 ແລະ ຈະເລີ່ມຈັດຕັ້ງປະຕິບັດ ວັນທີ 3 ກໍລະກົດ 2026 ເປັນຕົ້ນໄປ.
ລັດຖະບານເກັບພາສີເພີ່ມກົດໝາຍໃໝ່ (ມາດຕາ 38) ແມ່ນເພື່ອຫຼຸດຜ່ອນພາລະ ແລະ ຍົກເວັ້ນອາກອນໃຫ້ຄົນມີລາຍໄດ້ໜ້ອຍ.
ຍົກຕົວຢ່າງ:
ກົດໝາຍເກົ່າ: ລາຍໄດ້ເກີນ 1,300,000 ກີບ ເລີ່ມເສຍອາກອນ.
ກົດໝາຍໃໝ່: ຖ້າລາຍໄດ້ບໍ່ເກີນ 2,500,000 ກີບ/ເດືອນ ແມ່ນບໍ່ໄດ້ເສຍອາກອນ

Scroll to Top