
ລາຄານ້ຳມັນຂາຍຍ່ອຍໃນນະຄອນຫຼວງວຽງຈັນ ໄດ້ມີການປັບຫຼຸດລົງໃໝ່ ໂດຍນ້ຳມັນທັງ 3 ປະເພດມີການຫຼຸດລາຄາລົງ.
📌 ສະຫຼຸບການປັບລາຄາ
▼ ແອັດຊັງພິເສດ -230 ກີບ/ລິດ
▼ ແອັດຊັງທຳມະດາ -190 ກີບ/ລິດ
▼ ກາຊວນ -700 ກີບ/ລິດ
📌 ລາຄານ້ຳມັນໃໝ່ ນະຄອນຫຼວງວຽງຈັນ
⛽ ແອັດຊັງພິເສດ 37.380 ກີບ/ລິດ
⛽ ແອັດຊັງທຳມະດາ 31.440 ກີບ/ລິດ
⛽ ກາຊວນ 31.820 ກີບ/ລິດ
ການປັບຫຼຸດລາຄານ້ຳມັນໃນຄັ້ງນີ້ ເຮັດໃຫ້ລາຄານ້ຳມັນຂາຍຍ່ອຍຫຼຸດລົງຈາກລາຄາເດີມ ໂດຍສະເພາະລາຄາກາຊວນທີ່ຫຼຸດລົງເຖິງ 700 ກີບຕໍ່ລິດ. ປະຊາຊົນ ແລະ ຜູ້ໃຊ້ລົດ ສາມາດຕິດຕາມລາຄາໃໝ່ ແລະ ວາງແຜນການໃຊ້ຈ່າຍໃຫ້ເໝາະສົມ.