Author name: admin1 sapthavy

ຂ່າວສານ-ກິດຈະກຳ

ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ເປັນເອກະສັນຢ່າງສົມບູນ ເລືອກເອົາ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ, ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ແລະ ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາຄະນະພັກ.

  ໜັງສືພິມຄວາມສະຫງົບລາຍງານວ່າ: ໃນຕອນເຊົ້າວັນທີ 6 ສິງຫາ 2025 ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ […]

ຂ່າວສານ-ກິດຈະກຳ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ

ຂ່າວສານ-ກິດຈະກຳ

ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ

ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈິຕອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025 ຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ

ຂ່າວສານ-ກິດຈະກຳ

ລະຫັດ OTP ສຳຄັນທີ່ສຸດ ຫ້າມໃຫ້ຄົນອື່ນຮູ້ເດັດຂາດ

ລະຫັດ OTP ສຳຄັນທີ່ສຸດ ຫ້າມໃຫ້ຄົນອື່ນຮູ້ເດັດຂາດ ເພາະເປັນເຄື່ອງມືສຳຄັນໃນການເຮັດທຸລະກຳ (ທາງການເງິນອອນລາຍ) ຂອງທ່ານ ຫາກທ່ານບອກໃຫ້ຄົນອື່ນຮູ້ ໂດຍສະເພາະມິດສາຊີບ ທ່ານອາດເສຍເງິນໃນບັນຊີບໍ່ຮູ້ໂຕ!! OTP ຫຼື One Time Password ຄືລະຫັດເຂົ້າສູ່ການເຮັດທຸລະກຳ, ໃຊ້ໃນເວລາທີ່ທ່ານລ໋ອກອິນນໍາໃຊ້ ແອັບທະນາຄານຢູ່ໂທລະສັບມືຖືເຄື່ອງໃໝ່ ຫຼື ອຸປະກອນອີເລັກໂທຼນິກອື່ນໆ

ຂ່າວສານ-ກິດຈະກຳ

ລາຍງານລ່າສຸດ ຈາກກົມອຸຕິນິຍົມ ແລະ ອຸທົກກະສາດ ໃນລະຫວ່າງວັນທີ 27-31/07/2025 ຄາດຄະເນມວນນໍ້າທີ່ໄຫຼລົງມາແຕ່ຫຼວງພະບາງ ຈະຮອດນະຄອນຫຼວງວຽງຈັນ ພາຍໃນ 48 ຊົ່ວໂມງ.

ລາຍງານລ່າສຸດ ຈາກກົມອຸຕິນິຍົມ ແລະ ອຸທົກກະສາດ ໃນລະຫວ່າງວັນທີ 27-31/07/2025 ຄາດຄະເນມວນນໍ້າທີ່ໄຫຼລົງມາແຕ່ຫຼວງພະບາງ ຈະຮອດນະຄອນຫຼວງວຽງຈັນ ພາຍໃນ 48 ຊົ່ວໂມງ. ອາດຈະເຮັດໃຫ້ລະດັບນໍ້າຂອງເພີ້ມຂຶ້ນ, ຝາກເຕືອນປະຊາຊົນ ທີ່ຢູ່ອາໄສລຽບຕາມນໍ້າຂອງ ຈົ່ງມີສະຕິເຝົ້າລະວັງ.

ຂ່າວສານ-ກິດຈະກຳ

ທະຫານແຂວງວຽງຈັນ 100 ກວ່າສະຫາຍ ນຳກຳລັງລົງຊ່ວຍເຫຼືອພໍ່ແມ່ປະຊາຊົນປະສົບໄພນ້ຳຖ້ວມຢູ່ເມືອງວັງວຽງ

ໃນລະຫວ່າງວັນທີ 21-23 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ແມ່ນໍ້າຫ້ວຍຮ່ອງຄອງບຶງ ແລະ ສາຍນໍ້າຕ່າງໆໄຫຼເຂົ້າຖ້ວມບ້ານເຮືອນ, ບ້ານພັກ, ໂຮງແຮມ, ລີສອດ, ຮ້ານອາຫານ ແລະ ພື້ນທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນ ຕາມໝູ່ບ້ານລຽບແຄມສາຍນ້ຳຊອງ ເປັນຕົ້ນແມ່ນ: ບ້ານ ເມືອງ ຊອງ, ບ້ານຫ້ວຍແຍ້,

Scroll to Top