ສິນເຊື່ອເພື່ອລົດໃນຝັນ

 

ຈຸດປະສົງ: ເປັນເງິນກູ້ ສຳລັບພະນັກງານ, ນັກທຸລະກິດ, ຊາວຄ້າຂາຍ ແລະ ປະຊາຊົນທົ່ວໄປ ເພື່ອຊື້ລົດ ທັງລົດຈັກ ແລະ ລົດໃຫຍ່ ເພື່ອນຳໄຊ້ເຂົ້າໃນທຸລະກິດ ຫຼື ໃນຊີວິດປະຈຳວັນ.

ເປົ້າໝາຍ: ພະນັກງານ, ນັກທຸລະກິດ, ແມ່ຄ້າຊາວຂາຍ ແລະ ປະຊາຊົນທົ່ວໄປ

ຫຼັກຊັບຄ້ຳປະກັນ: ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.

ອັດຕາດອກເບ້ຍ ແລະ ຄ່າບໍລິການອື່ນໆ: ອັດຕາ​ດອກ​ເບ້ຍ​ແມ່ນ​​ໃຫ້ປະຕິບັດຕາມຜັງ​ດອກ​ເບ້ຍ​ຂອງ ສະຖາບັນການເງິນຊັບທະວີ ​ກຳນົດ​ອອກ​ໃນ​ແຕ່ລະ​ໄລຍະ ຄ່າ​ບໍລິການດ້ານ​ສິນ​ເຊື່ອ​ແມ່ນ​ຂື້ນຕາມວົງເງິນການກູ້ຢືມ

ຈຸດພິເສດ:

  • ເອກະສານງ່າຍ
  • ວົງເງິນກູ້ຢືມສູງ
  • ຜ່ອນຍາວສະບາຍ ສູງສຸດ 36 ເດືອນ
  • ອະນຸມັດໄວ
  • ໄດ້ເງິນທັນທີ

ເງື່ອນໄຂຜູ້ສະໝັກກູ້ຢືມ

  • ເປັນຜູ້ປະກອບການ ຫຼື ປະຊົນທົ່ວໄປທີ່ຕ້ອງການນຳໄຊ້ ພາຫະນະ ( ລົດຈັກ, ລົດໃຫຍ່ ).
  • ຕ້ອງມີລາຍໄດ້ທີ່ແນ່ນອນ ແລະ ສາມາດຊຳລະ ຕົ້ນທຶນ ແລະ ດອກເບ້ຍ.
  • ບໍ່ມີໜີ້ສິນນຳທະນາຄານ ຫຼື ສະຖາບັນການເງີນອື່ນ ( ບໍ່ມີໜີ້ສິນຄຸມເຄືອ ).

ເອກະສານສຳເນົາ ທີ່ຕ້ອງຄັດຕິດປະກອບມີ:

  • ໃບຢັ້ງຢືນທີ່ຢູ່ ຂອງຜູ້ກູ້ ແລະ ຜູ້ຄ້ຳປະກັນ
  • ສຳເນົາ ບັດປະຈຳຕົວ ຫຼື ກ່ອບປີ້ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຄ້ຳປະກັນ
  • ໃບລາຍງານຖານະການເງິນ ຫຼື ໃບສະຫຼຸບລາຍຮັບ-ລາຍຈ່າຍ 3 ເດືອນຍ້ອນຫຼັງ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ.
Scroll to Top