ດ່ານຂົນສົ່ງສາກົນທ່າບົກ – ທ່ານາແລ້ງ
ຫັນເປັນດິຈີຕອນ ທັນສະໄໝ ວ່ອງໄວ ເພີ່ມປະສິດທິພາບໃນການບໍລິການ !
ພາສີ ຫັນເປັນດິຈີຕອນ ທັນສະໄໝ ວ່ອງໄວ
ເພີ່ມປະສິດທິພາບໃນການບໍລິການ !
————————————–
ປັດຈຸບັນພັກ ແລະ ລັດຖະບານ ກໍ່ຄືກະຊວງການເງິນ (ກົມພາສີ) ໄດ້ຫັນວຽກງານພາສີ ເປັນດິຈີຕອນ ! ຈຸດປະສົງເພື່ອອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ; ເພື່ອຮອງຮັບການປ່ຽນແປງຂອງເສດຖະກິດໃນການດໍາເນີນງານໃຫ້ທຽບເທົ່າກັບສາກົນ, ເພື່ອສົ່ງເສີມການຄ້າລະຫວ່າງປະເທດ ໂດຍການອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການໄດ້ຢ່າງວ່ອງໄວ ທັນສະໄໝ ແລະ ງ່າຍຂຶ້ນ; ເພີ່ມປະສິດທິພາບ ແລະ ຂີດຄວາມສາມາດໃນການບໍລິການຂອງພາສີ.
ລະບົບເອເລັກໂຕຣນິກ (ລະບົບທັນສະໄໝ/ດິຈີຕອນ) ທີ່ນໍາໃຊ້ໃນວຽກງານພາສີດັ່ງນີ້:
1. ລະບົບ ແຈ້ງພາສີໂດຍສັງເຂບ (Manifest/CBTM)
2. ລະບົບ ແຈ້ງພາສີ ເປັນລາຍລະອຽດດ້ວຍເອເລັກໂຕຣນິກ (NSWA+)
3. ລະບົບ ການຊຳລະຄ່າພາສີ-ອາກອນ ດ້ວຍລະບົບເອເລັກໂຕຣນິກ (Smart Tax, Easy Pass)
4. ລະບົບ ການລາຍງານສະຖິຕິການນຳເຂົ້າ-ສົ່ງອອກ ແລະ ລາຍຮັບປະຈຳວັນດ້ວຍລະບົບເອເລັກໂຕຣນິກ (Crystal Report)
5. ລະບົບ ການຄຸ້ມຄອງ ແລະ ຕິດຕາມພາຫະນະທ່ອງທ່ຽວຢ້ຽມຢາມ, ພາຫະນະຂົນສົ່ງ ແລະ ຕູ້ສິນຄ້າດ້ວຍລະບົບເອເລັກໂຕຣນິກ (D53)
6. ລະບົບ ການຊຳລະຄ່າທຳນຽມ ແລະ ຄ່າບໍລິການດ້ວຍລະບົບເອເລັກໂຕຣນິກ (Smart VAT2)
7. ລະບົບ ການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານເດີນທາງເຂົ້າ-ອອກ ຜ່ານດ່ານ (Smart VAT1)
8. ລະບົບ ການຄຸ້ມຄອງສິນຄ້າເຂົ້າ-ອອກສາງດ້ວຍລະບົບເອເລັກໂຕຣນິກ (Customs Warehousing Management) Management System)
9. ລະບົບ ສະແກນຕູ້ສິນຄ້າ ແລະ ພາຫະນະຂົນສົ່ງດ້ວຍເຄື່ອງສາຍແສງ (X-Ray), ລຸ້ນ FS 6000
10. ລະບົບ ການຊັ່ງນໍ້າໜັກພາຫະນະຂົນສົ່ງ ແລະ ສິນຄ້າ, ເຄື່ອງຂອງດ້ວຍລະບົບເອເລັກໂຕຣນິກ
ເຊິ່ງບັນດາລະບົບທັນສະໄໝຂອງວຽກງານພາສີ…ລ້ວນແຕ່ເປັນເຄື່ອງມືທີ່ຊ່ວຍໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຢ່າງມີປະສິດທິພາບ, ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ສາມາດກວດສອບໄດ້.
#ກະຊວງການເງິນ #ກົມພາສີ #ພາສີຫັນເປັນດິຈີຕອນທັນສະໄໝວ່ອງໄວ