ນາຍົກລັດຖະມົນຕີ ໄທ ຢືນຢັນ ຍັງສົ່ງນໍ້າມັນໃຫ້ລາວ ປົກກະຕິ ເນື່ອງຈາກຕ້ອງໄດ້ນຳໃຊ້ໄຟຈາກລາວບາງສ່ວນ
ສຳນັກຂ່າວ PPTV HD36 ຂອງໄທ ລາຍງານວ່າ: ວັນທີ 3 ມີນາ 2026 ທ່ານ ອະນຸທິນ ຊານວີລະກູນ ນາຍົລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໄທວ່າ: ປະເທດໄທຍັງສືບຕໍ່ສົ່ງນໍ້າມັນໃຫ້ກັບປະເທດລາວ ປົກກະຕິ ຍ້ອນເປັນບ້ານພີ່ເມືອງນ້ອງ ເປັນປະເທດເພື່ອນບ້ານກັນ ແລະ ອີກຢ່າງປະເທດໄທ ກໍໄດ້ມີການນໍາໃຊ້ໄຟຟ້າບາງສ່ວນຈາກປະເທດລາວ.
ການສົ່ງອອກນໍ້າມັນໄປປະເທດລາວ ເປັນສ່ວນທີ່ເຫລືອຈາກປະລິມານການນໍາໃຊ້ໃນປະເທດໄທ, ໄທສາມາດກັ່ນຕອງພາຍໃນປະເທດໄດ້ 170 ລ້ານລິດຕໍ່ມື້, ນຳໃຊ້ໃນປະເທດ 130 ລ້ານລິດ ແລະ ສົ່ງໄດ້ໄປໃຫ້ປະເທດລາວ ປະມານ 7 ລ້ານລິດຕໍ່ມື້.
Scroll to Top