ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XIIກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີພະເຖລານຸເຖລະ, ບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ-ແຂວງທົ່ວປະເທດ, ມີບັນດາຜູ້ແທນທັງໝົດ 636 ສະຫາຍ ຍິງ 136 ສະຫາຍ ແລະ ພະສົງ 29 ອົງເຂົ້າຮ່ວມ. ກອງປະຊຸມໃຫຍ່ໃນຄັ້ງນີ້, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາອົງການແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ ສະໄໝທີ XII, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ໄລຍະ 5 ປີຜ່ານມາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ແລະ ຮັບຮອງເອົາຄະນະກໍາມະການສູນກາງແນວລາວສ້າງຊາດສະໄໝທີ XII, ປະທານ, ຮອງປະທານ, ຄະນະປະຈໍາ ແລະ ປະທານກວດກາ ສູນກາງແນວລາວສ້າງຊາດ ສະໄໝທີ XII ໂຄງປະກອບບຸກຄະລາກອນມີລັກສະນະກວ້າງຂວາງ, ຫຼາກຫຼາຍ ແລະ ຈຳນວນທີ່ເພີ່ມຂຶ້ນ. ພ້ອມນີ້, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນກອງປະຊຸມໃຫຍ່ຈຳນວນໜຶ່ງເພື່ອຖອດຖອນບົດຮຽນຈາກຂົງເຂດຕ່າງໆການງານຮ່ວມກັບແນວໂຮມ ເພື່ອເຕົ້າໂຮມກໍາລັງແຮງສັງລວມ ເຂົ້າໃນຂະບວນການວຽກງານຕົວຈິງຂອງພັກ-ລັດ. ໂອກາດນີ້, ຍັງຈະໄດ້ ຮັບຟັງການໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ທີ່ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ກອງປະຊຸມໃຫຍ່ໃນຄັ້ງນີ້ໃນການນໍາພາ-ຊີ້ນໍາຂອງແນວລາວສ້າງຊາດແຕ່ລະຂັ້ນໃນຕໍ່ໜ້າ. ກອງປະຊຸມຈະໄດ້ດໍາເນີນເປັນເວລາ 2 ວັນ ເລີ່ມແຕ່ວັນທີ 28-29 ເມສາ 2026.
Scroll to Top