ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ມິຢາຊາກິ ກັດຊຸຣະ (Ms. MIYAZAKI Katsura), ຮອງປະທານອາວຸໂສ ຂອງອົງການຮ່ວມມືສາກົນຍີ່ປຸ່ນທ່ານ ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຜູ້ແທນອົງການໄຈກາ.
    ໃນຕອນແລງວັນທີ 28 ເມສາ 2026, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ມິຢາຊາກິ ກັດຊຸຣະ (Ms. MIYAZAKI Katsura), ຮອງປະທານອາວຸໂສ ຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.
    ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ທີ່ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການແລກປ່ຽນຢ້ຽມຢາມຂອງຜູ້ນຳ ແລະ ຄະນະຜູ້ແທນຂະແໜງການຕ່າງໆໃນທຸກລະດັບ ຂອງສອງປະເທດ ນັບມື້ເພີ່ມຂຶ້ນ.
    ພິເສດໃນເດືອນພະຈິກ 2025 ທີ່ຜ່ານມາ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ກໍໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເຊິ່ງຖືເປັນເຫດການທີ່ສຳຄັນຫຼາຍ ເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆ ແລະ ເປັນສັນຍາລັກສໍາຄັນ ຕໍ່ສາຍພົວພັນຮ່ວມມືສອງຊາດ ລາວ-ຍີ່ປຸ່ນ; ການຊ່ວຍເຫຼືອຂອງຍີ່ປຸ່ນ ແມ່ນຢູ່ໃນອັນດັບໜຶ່ງຂອງການຊ່ວຍເຫຼືອຮ່ວມມືສອງຝ່າຍ ຂອງບັນດາຄູ່ຮ່ວມພັດທະນາ ໃນ ສປປ ລາວ ໂດຍສະເພາະ ໄລຍະປີ 2019-2024 ໂດຍໄດ້ສຸມທຶນຮອນເຂົ້າໃນຂະແໜງຕ່າງໆເຊັ່ນ: ສຶກສາ, ສາທາລະນະສຸກ, ພັດທະນາພື້ນຖານໂຄງລ່າງເສດຖະກິດ, ວຽກງານພັດທະນາກະສິກຳ-ປ່າໄມ້ ແລະ ອື່ນໆ, ເຊິ່ງທັງໝົດນັ້ນ ແມ່ນສອດຄ່ອງຕາມແຜນງານ-ໂຄງການບຸລິມະສິດ ຂອງລັດຖະບານ ສປປ ລາວ ໂດຍຜ່ານຮູບແບບໂຄງການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ, ຝຶກອົບຮົມໄລຍະສັ້ນ-ໄລຍະຍາວ, ໂຄງການຊ່ວຍເຫຼືອນອກໂຄງການ (Non-Project), ໂຄງການຊ່ວຍເຫຼືອຂັ້ນພື້ນຖານ, ໂຄງການຊ່ວຍເຫຼືອຜ່ານອົງການຈັດຕັ້ງສາກົນ ແລະ UXO, ໂຄງການກໍ່ສ້າງດ້ວຍທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມດອກເບ້ຍຜ່ອນຜັນ.
    ນອກຈາກນັ້ນ, ຍັງມີການຮ່ວມມືໃນວຽກງານອາສາສະໝັກ ແລະ ການຊ່ວຍເຫຼືອທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ. ເຖິງແມ່ນວ່າ ປັດຈຸບັນຈະເກີດມີຄວາມຂັດແຍ້ງໃນຕາເວັນອອກກາງ, ເກີດວິກິດການທາງດ້ານເສດຖະກິດ-ການເງິນໃນທົ່ວໂລກ ເຮັດໃຫ້ເກີດມີຄວາມຫຍຸ້ງຍາກ ແລະ ສັບສົນຕ່າງໆ ແຕ່ລັດຖະບານຍີ່ປຸ່ນ ກໍ່ຍັງໄດ້ພະຍາຍາມຄົ້ນຄ້ວາທຶນຮອນມາຊ່ວຍ ສປປ ລາວ ຢ່າງຕໍ່ເນື່ອງ.
    ໃນໂອກາດດຽວກັນ, ທ່ານ ນາງ ມິຢາຊາກິ ກັດຊຸຣະ, ຮອງປະທານອາວຸໂສ ຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ ກໍໄດ້ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ຊາບ ກ່ຽວກັບຈຸດປະສົງ ຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ, ພ້ອມທັງ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອັນດີງາມ ລະຫວ່າງ ຍີ່ປຸ່ນ ກັບ ລາວ ໃນໄລຍະຜ່ານມາ ເວົ້້າລວມ, ເວົ້າສະເພາະ ແມ່ນຜົນສຳເລັດໃນການຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ລາວ ໂດຍຜ່ານອົງການໄຈກາ, ຊຶ່ງອົງການໄຈກາ ຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ.
Scroll to Top