ນະຄອນຫຼວງວຽງຈັນ: ເປັນຂ່າວດີຕ້ອນຮັບເຊົ້າວັນໃໝ່ ສຳລັບຜູ້ໃຊ້ລົດໃຊ້ຖະໜົນ ແລະ ພໍ່ແມ່ປະຊາຊົນທົ່ວປະເທດ ເມື່ອມີການປະກາດປັບຫຼຸດລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດ ຢູ່ພາຍໃນຂອບເຂດທົ່ວປະເທດ ເຊິ່ງຖືວ່າເປັນການປັບຫຼຸດລາຄາລົງຢ່າງຫຼວງຫຼາຍ ເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບຂອງປະຊາຊົນ.
ສຳລັບລາຄານ້ຳມັນຂາຍຍ່ອຍ ຢູ່ນະຄອນຫຼວງວຽງຈັນ ທີ່ມີການປັບປ່ຽນໃໝ່ ມີລາຍລະອຽດດັ່ງນີ້:
ນ້ຳມັນ ເເອັດຊັງ (Regular): ປັບຫຼຸດລົງ -1,110 ກີບ/ລິດ (ລາຄາໃໝ່ແມ່ນ 30,190 ກີບ/ລິດ)
ນ້ຳມັນ ກາຊວນ (Diesel): ປັບຫຼຸດລົງ -2,580 ກີບ/ລິດ (ລາຄາໃໝ່ແມ່ນ 25,040 ກີບ/ລິດ)
ທັງນີ້, ລາຄານ້ຳມັນທີ່ມີການປັບປ່ຽນໃໝ່ດັ່ງກ່າວ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ ນັບຕັ້ງແຕ່ເວລາ 6:00 ໂມງ ຂອງວັນທີ 18 ມິຖຸນາ 2026 ນີ້ເປັນຕົ້ນໄປ.

Scroll to Top