ວັນທີ 21 ມິຖຸນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E (ແຕ່ເມືອງໄຊ ແຂວງ ອຸດົມໄຊ ຫາ ເມືອງຂວາ ແຂວງຜົ້ງສາລີ ມີລວງຍາວທັງໝົດ 99.05 ກມ) ແລະ ເສັ້ນທາງ ຫຼວງແຫ່ງຊາດ 2W (ເມືອງໄຊ ຫາເມືອງປາກແບງ ໄລຍະທາງ 136 ກມ ) ໂດຍມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ, ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ສົມພາວັນ ສຸດຈະລິດ ຫົວໜ້າພະແນກ ຍທຂ ແຂວງ ແລະ ຫົວໜ້າໂຄງການເຂົ້າຮ່ວມ.
ໂຄງການໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E ແລະ 2W ມາດຕະຖານເຕັກນິກການອອກແບບ ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ຕາມມາດຕະຖານທາງອາຊຽນຊັ້ນ III, ໜ້າທາງປູ ອັດສະຟານ ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7-9 ແມັດ.

Scroll to Top