
ລາຄານ້ຳມັນຂາຍຍ່ອຍໃນນະຄອນຫຼວງວຽງຈັນ ໄດ້ມີການປັບຂຶ້ນໃໝ່ ໂດຍນ້ຳມັນທຸກປະເພດປັບລາຄາເພີ່ມຂຶ້ນ ສະເພາະນ້ຳມັນກາຊວນປັບຂຶ້ນສູງສຸດເຖິງ 1.500 ກີບຕໍ່ລິດ.
📌 ສະຫຼຸບການປັບລາຄາ
▲ ແອັດຊັງພິເສດ +730 ກີບ/ລິດ
▲ ແອັດຊັງທຳມະດາ +650 ກີບ/ລິດ
▲ ກາຊວນ +1.500 ກີບ/ລິດ
📌 ລາຄານ້ຳມັນໃໝ່ ນະຄອນຫຼວງວຽງຈັນ
⛽ ແອັດຊັງພິເສດ 39.490 ກີບ/ລິດ
⛽ ແອັດຊັງທຳມະດາ 33.390 ກີບ/ລິດ
⛽ ກາຊວນ 32.390 ກີບ/ລິດ
ການປັບລາຄາໃນຄັ້ງນີ້ ສົ່ງຜົນໃຫ້ລາຄານ້ຳມັນຂາຍຍ່ອຍຢູ່ໃນລະດັບສູງຂຶ້ນ ຊຶ່ງອາດຈະສົ່ງຜົນຕໍ່ຄ່າຂົນສົ່ງ, ຕົ້ນທຶນການຜະລິດ ແລະ ລາຄາສິນຄ້າບາງປະເພດ. ປະຊາຊົນ ແລະ ຜູ້ປະກອບການ ຄວນຕິດຕາມການປັບປ່ຽນລາຄານ້ຳມັນຢ່າງໃກ້ຊິດ ເພື່ອວາງແຜນການໃຊ້ຈ່າຍ ແລະ ການດຳເນີນທຸລະກິດໃຫ້ເໝາະສົມ.