ກອງບັນຊາການ ປກສ ນວ ແຈ້ງໃຫ້ເຂົ້າມາພົວພັນເອົາບັດປະຈຳຕົວ ດິຈີຕອນ ສຳລັບຄົນທີ່ເຮັດໃນໄລຍະວັນທີ 15 ມິຖຸນາ ຫາ 15 ກໍລະກົດ 2026.
ອີງຕາມແຈ້ງການຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄງາມສະຫງົບ ລົງເມື່ອວັນທີ 04 ສິງຫາ 2026 ກ່ຽວກັບ ໃຫ້ເຂົ້າມາພົວພັນເອົາບັດປະຈຳຕົວ ດີຈີຕ່ອນ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.
ສຳລັບຄົນທີ່ເຮັດໃນໄລຍະວັນທີ 15 ມິຖຸນາ ຫາ 15 ກໍລະກົດ 2026 ແມ່ນສາມາດເຂົ້າມາຮັບບັດປະຈຳຕົວຂອງຕົນເອງ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນໂມງລັດຖະການ. ສ່ວນຜູ້ທີ່ມາເຮັດບັດນັບແຕ່ວັນທີ 16 ກໍລະກົດ 2026 ແມ່ນລໍຖ້າ ແລະ ຕິດຕາມແຈ້ງການຕື່ມອີກ.

Scroll to Top