ໃນຕອນເຊົ້າ ວັນທີ 20 ສິງຫາ 2026 ທີ່ສະໂມສອນເມືອງ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງເມືອງປາກທາ ແຂວງບໍ່ແກ້ວ; ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ, ປະທານຄະນະກໍາມະການປົກຄອງແຂວງ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ກະຊວງ-ອົງການທີ່ກ່ຽວຂ້ອງ ຮ່ວມຕິດຕາມ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ;
ສືບຕໍ່ປະຕິບັດນະໂຍບາຍ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ແນໃສ່ສ້າງພະນັກງານ ເຕີບໃຫຍ່ຂຶ້ນມາຈາກຮາກຖານ ກໍ່ຄືວຽກງານຕົວຈິງ;
ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ທີ່ດິນປະເພດຕ່າງໆ ຢ່າງຖືກຕ້ອງ ໂດຍເຄັ່ງຄັດປະຕິບັດຕາມແຜນຈັດສັນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
ຕິດຕາມ, ກວດກາ ແລະ ຄຸ້ມຄອງການລັກລອບຂຸດຄົ້ນແຮ່ທາດ ແລະ ຊັບພະຍາກອນປ່າໄມ້ ຢ່າງເຂັ້ມງວດ, ລວມທັງ ການຂຸດຄົ້ນຫີນ-ຊາຍ ທີ່ມີການສວຍໂອກາດຕ່າງໆ;
ສືບຕໍ່ປັບປຸງ ແລະ ຍົກລະດັບຄຸນນະພາບການສຶກສາ ໃຫ້ສູງຂຶ້ນ, ທັງແກ້ໄຂບັນຫາປະລະການຮຽນ ໃຫ້ບັນລຸຕາມຄາດໝາຍ;
ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສູ່ວຽກງານຕົວຈິງ ຕາມທ່າແຮງຂອງທ້ອງຖິ່ນຕົນ ໃຫ້ເປັນຂະບວນການ ແລະ ຫັນປ່ຽນຢ່າງແຂງແຮງ; ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ທ້ອງຖິ່ນຕ່າງໆ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ;
ພ້ອມກັນເຝົ້າລະວັງ ພະຍາດຕາມລະດູການ ແລະ ກະກຽມຄວາມພ້ອມຮັບມື ໄພພິບັດທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງທັນການ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງເມືອງປາກທາ ແລະ ຕາແສງປາກທາ, ພ້ອມທັງ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ທະຫານ ທີ່ກຳລັງປະຕິບັດໜ້າທີ່ ຢູ່ຈຸດຕ່າງໆ ເຂດພູຜາໝົ່ນ.

Scroll to Top