
ໃນຕອນບ່າຍວັນທີ 22 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ.
ທ່ານ ສີວິໄລ ສີລາດວງໃຈ ເລຂາພັກເມືອງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ ໃນໄລຍະວັນທີ 18-22 ສິງຫາ 2026 ເຫັນວ່າ ມີບ້ານຖືກຜົນກະທົບ 54 ບ້ານ, 4.100 ກວ່າຄອບຄົວ, 18 ພັນກວ່າຄົນ, ເນື້ອທີ່ນາ 4.600 ກວ່າເຮັກຕາ, ສັດໃຫຍ່ 1.900 ກວ່າໂຕ, ສັດປີ 2.600 ກວ່າໂຕ, ໂຮງຮຽນ 7 ແຫ່ງ, ສຳນັກງານຫ້ອງການລັດ 2 ແຫ່ງ, ເສັ້ນທາງ 15 ເສັ້ນ ມີຄວາມຍາວລວມ 43 ກິໂລແມັດ, ເມື່ອເກີດສະພາບຄວາມສ່ຽງນໍ້າຖ້ວມ ທາງອົງການປົກຄອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ສຸມກຳລັງ, ພາຫະນະ, ຢາປິ່ນປົວພະຍາດ ແລະ ເຄື່ອງໃຊ້ທີ່ຈຳເປັນ ເຂົ້າຊ່ວຍເຫລືອປະຊາຊົນ ໂດຍສະເພາະ ແມ່ນການຍົກຍ້າຍປະຊາຊົນ, ສັດລ້ຽງ ແລະ ເຄື່ອງຂອງທີ່ຈຳເປັນ ໄປໄວ້ບ່ອນທີ່ປອດໄພ ໄດ້ຢ່າງທັນການ. ປັດຈຸບັນ ລະດັບນໍ້າ ແມ່ນໄດ້ຫລຸດລົງຈາກມື້ທີ່ຜ່ານມາຫລາຍສົມຄວນແລ້ວ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ຕໍ່ການນຳຂອງແຂວງ, ເມືອງ ແລະ ປະຊາຊົນທີ່ຖືກຜົນກະທົບ ໂດຍໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ເປັນຫ່ວງເປັນໃຍ ຕໍ່ສະພາບທີ່ເກີດຂຶ້ນ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ໃຫ້ຈັດຕັ້ງເວນຍາມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມ້ຽນວັດຖຸສິ່ງຂອງຕ່າງໆໃຫ້ດີ ເພື່ອບໍ່ໃຫ້ມີຜູ້ສວຍໂອກາດມາລັກລອບ; ໃຫ້ກະກຽມແນວພັນພືດ ແລະ ສິ່ງທີ່ຕິດພັນ ເພື່ອທຳການຜະລິດທົດແທນ ໃນໄລຍະທີ່ບໍ່ມີຄວາມສ່ຽງເກີດນໍ້າຖ້ວມອີກ; ພ້ອມກັນຮັກສາສຸຂະອານາໄມ ແລະ ຕິດຕາມສຸຂະພາບຂອງປະຊາຊົນ ຢ່າງໃກ້ຊິດ; ສືບຕໍ່ຕິດຕາມ ແລະ ໃຫ້ການຊ່ວຍເຫລືອແກ້ໄຂຄວາມຫຍຸ້ງຍາກຕ່າງໆ ຂອງປະຊາຊົນ; ຕິດຕາມສະພາບດິນຟ້າອາກາດ ກໍຄື ລະດັບນໍ້າ ຢ່າງໃກ້ຊິດ, ເມື່ອນໍ້າບົກແຫ້ງລົງ ແລະ ເຫັນວ່າ ບໍ່ມີຄວາມສ່ຽງແລ້ວ ຈຶ່ງພາກັນກັບສູ່ບ້ານເຮືອນຂອງຕົນເອງ; ເອົາໃຈໃສ່ຕິດຕາມຊ່ວຍເຫລືອໃນໄລຍະນໍ້າກຳລັງຖ້ວມ ແລະ ການຟື້ນຟູ ພາຍຫລັງນໍ້າຖ້ວມ ໃຫ້ໄດ້ຮັບຜົນດີ. ສໍາລັບການການແກ້ໄຂ ໃນໄລຍະຍາວ ແມ່ນໃຫ້ແຂວງ ແລະ ເມືອງ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຈັດສັນທີ່ຢູ່ອາໄສໃຫ້ແກ່ປະຊາຊົນ ທີ່ຢູ່ເຂດຕໍ່າ ແລະ ຖືກນໍ້າຖ້ວມຢ່າງຕໍ່ເນື່ອງ ຄືນໃໝ່ ເພື່ອໃຫ້ມີທີ່ຢູ່ໝັ້ນຄົງຖາວອນ ແລະ ປອດໄພດີ.
ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມອບເງິນ, ເຄື່ອງອຸປະໂພກ-ບໍລິໂພກ, ຢາ ແລະ ອຸປະກອນການແພດຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງ ແຂວງສາລະວັນ ແລະ ເມືອງຄົງເຊໂດນ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ, ກໍໄດ້ໄປຕິດຕາມເບິ່ງຄວາມຄືບໜ້າ ໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ ແຫ່ງທີ 4 ຕື່ມອີກ.