ຄະນະຜູ້ແທນຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມ ກອງປະຊຸມ ເວທີສົນທະນາການຂົນສົ່ງແບບຢືນຍົງທົ່ວໂລກ 2026 (Global Sustainable Transport Forum 2026) ຈັດຂຶ້ນ ໃນລະຫວ່າງວັນທີ 21-24 ກັນຍາ 2026 ທີ່ ນະຄອນຫຼວງປັກກິ່ງ, ສາທາລະນະລັດ ປະຊາຊົນຈີນ.
ກອງປະຊຸມໃນຄັ້ງນີ້ ໂດຍມີຈຸດປະສົງສໍາຄັນ ເພື່ອເພີ່ມທະວີການເຊື່ອມຈອດທົ່ວໂລກ, ຊຸກຍູ້ການປະຕິບັດຂໍ້ລິເລີ່ມພັດທະນາລະດັບໂລກ, ສະໜັບສະໜູນການບັນລຸເປົ້າໝາຍການພັດທະນາແບບຢືນຍົງຂອງອົງການສະຫະປະຊາຊາດ ແລະ ແຜນການປະຕິບັດທົດສະວັດແຫ່ງການຂົນສົ່ງແບບຢືນຍົງ (2026-2035). ນອກຈາກນີ້, ຍັງເປັນການສົ່ງເສີມການຄົມມະນາຄົມສີຂຽວ, ປັນຍາປະດິດ (AI) ແລະ ສ້າງຕັ້ງເວທີປຶກສາຫາລື ຮ່ວມມືກັນໃນລະດັບສາກົນ ກ່ຽວກັບການຂົນສົ່ງແບບຢືນຍົງ.
ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ-ປະສົບການ ຈາກລັດຖະມົນຕີກະຊວງຄົມມະນາຄົມ, ຫົວໜ້າອົງການສະຫະປະຊາຊາດ ແລະ ທູຕານຸທູດ ຈາກບັນດາປະເທດຕ່າງໆ ໃນຫຼາຍປະເດັນສໍາຄັນ ເປັນຕົ້ນແມ່ນ:
• ການແລກປ່ຽນປະສົບການການຂົນສົ່ງທົ່ວໂລກ ທີ່ປອດໄພ, ຍືດຍຸ່ນ, ມີປະສິດທິພາບ ແລະ ເປັນມິດຕໍ່ຊັບພະຍາກອນສິ່ງແວດລ້ອມ (ສີຂຽວ).
• ການສົ່ງເສີມການເປີດເສລີ, ຄວາມສະດວກດ້ານການຄ້າ, ການລົງທຶນ ແລະ ການຂົນສົ່ງຂ້າມແດນ.
• ການເຂົ້າເຖິງໂຄງສ້າງພື້ນຖານການຂົນສົ່ງ ທີ່ມີລາຄາເໝາະສົມ, ປອດໄພ ແລະ ທຸກຄົນເຂົ້າເຖິງໄດ້.
• ການຟື້ນຟູຊຸມຊົນ, ການພັດທະນາອຸດສາຫະກໍາ ແລະ ການຫຼຸດຜ່ອນຊ່ອງວາງການພັດທະນາ ເພື່ອຄຸນນະພາບຊີວິດທີດີຂອງປະຊາຊົນ.
ການເຂົ້າຮ່ວມກອງປະຊຸມລະດັບສາກົນຄັ້ງນີ້ ຖືເປັນກ້າວສໍາຄັນຂອງ ສປປ ລາວ ໃນການຍົກລະດັບຂະແໜງການຂົນສົ່ງໃຫ້ທັນສະໄໝ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ເຊື່ອມໂຍງ-ເຊື່ອມຈອດກັບພູມິພາກ ແລະ ທົ່ວໂລກ ຢ່າງຢືນຍົງ.

Scroll to Top