ວັນທີ 22 ກັນຍາ 2026, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍຜະລິດຕະພັນສິນຄ້າສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ທີ່ ດ່ານກັກກັນສັດດົງໂພສີ.
ສໍາລັບຜະລິດຕະພັນດັ່ງກ່າວ ແມ່ນເຈົ້າໜ້າທີ່ສັດຕະວະແພດ ຮ່ວມກັບ ເຈົ້າໜ້າທີ່ພາສີ ແລະ ຕໍາຫຼວດກວດກາຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນຂົວມິດຕະພາບລາວ-ໄທ 1 ກວດກາພົບເຫັນຢູ່ເທີງລົດຕູ້ໝາຍເລກທະບຽນ ກຮ 0663 ນະຄອນຫຼວງວຽງຈັນ. ໃນວັນທີ 21 ກັນຍາ 2026. ຜ່ານການກວດກາຕົວຈິງພົບເຫັນປະເພດເຊັ່ນ:
• ເຄື່ອງໃນໄກ່: ຈໍານວນ 240 ກິໂລກຣາມ.
• ໄສ້ກອກໝູສົ້ມ: ຈໍານວນ 100 ກິໂລກຣາມ.
• ຍໍ່ຂາວງົວ-ຄວາຍ: ຈຳນວນ 80 ກິໂລກຣາມ.
• ຊີ້ນໄກ່ບົດ: ຈຳນວນ 20 ກິໂລກຣາມ.
ລວມນໍ້າໜັກທັງໝົດ: 440 ກິໂລກຣາມ.
ຜ່ານການກວດກາເອກະສານຕົວຈິງເຫັນວ່າ ເອກະສານນໍາເຂົ້າບໍ່ຖືກຕ້ອງ ແລະ ຄົບຖ້ວນ ສະນັ້ນ ເຈົ້າໜ້າທີ່ສັດຕະວະແພດ ຈຶ່ງໄດ້ຍຶດໄວ້ ແລະ ນຳມາຈັດພິທີທໍາລາຍຖິ້ມໃນຄັ້ງນີ້.

Scroll to Top