ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດພະຍາກອນອາກາດປະຈຳວັນ ໂດຍລະບຸວ່າ ໃນໄລຍະນີ້ ສະພາບອາກາດທົ່ວປະເທດລາວຈະມີເມກຫຼາຍ ແລະ ຈະມີຝົນຕົກກະຈາຍໃນທຸກພາກ ບາງເຂດອາດມີຝົນຕົກປານກາງຫາໜັກ ພ້ອມມີຟ້າຮ້ອງ ແລະ ຟ້າແລບ.

ພາກເໜືອຈະມີຝົນຟ້າຄະນອງກວມປະມານ 50% ຂອງພື້ນທີ່ ຂະນະທີ່ພາກກາງ, ພາກໃຕ້ ແລະ ນະຄອນຫຼວງວຽງຈັນ ຈະມີຝົນຕົກກະຈາຍເປັນບາງບ່ອນ. ອຸນຫະພູມສູງສຸດຈະຢູ່ລະຫວ່າງ 26-30 ອົງສາເຊ ແລະ ຕ່ຳສຸດປະມານ 18-25 ອົງສາເຊ.

ທາງການໄດ້ແນະນຳໃຫ້ປະຊາຊົນ ຕິດຕາມຂ່າວພະຍາກອນອາກາດຢ່າງໃກ້ຊິດ ແລະ ລະມັດລະວັງອັນຕະລາຍຈາກຝົນຕົກໜັກ, ຟ້າຜ່າ, ລົມແຮງ ລວມເຖິງນ້ຳຖ້ວມຂັງ ແລະ ດິນເຈື່ອນຕາມເຂດສ່ຽງຕ່າງໆ. ພ້ອມກັນນີ້ ຂໍໃຫ້ຜູ້ທີ່ຈະເດີນທາງກວດສອບສະພາບອາກາດລ່ວງໜ້າ ເພື່ອຄວາມປອດໄພ

Scroll to Top