ອັບເດດສະຖານະການນ້ຳຖ້ວມ ຢູ່ກຸງເທບ ປະເທດໄທ ໃນວັນທີ 28/09/2026 ຫຼາຍຈຸດນ້ຳເລີ່ມຫຼຸດລົງ ແຕ່ຍັງມີບາງຈຸດທີ່ເປັນພື້ນທີ່ຕ່ຳ ແລະ ຊຸມຊົນບໍລິເວນແຄມຄອງນ້ຳຍັງປະເຊີນວິກິດນ້ຳຖ້ວມຂັງສູງ ເນື່ອງຈາກມີຝົນຕົກສະສົມຢ່າງໜັກໃນຊ່ວງ 48 ຊົ່ວໂມງ ທີ່ຜ່ານມາ.
ສຳລັບຈຸດທີ່ຍັງໄດ້ຮັບຜົນກະທົບ ແລະ ລົດນ້ອຍບໍ່ສາມາດສັນຈອນໄປມາໄດ້
-ຫ້ອງເຊົ່າຄອງຈັນ ແລະ ອາຄານແຖວຮົ່ມກ້າວ ເປັນພື້ນທີ່ທີ່ໄດ້ຮັບຜົນກະະທົບຮຸນແຮງທີ່ສຸດ ລະດັບນ້ຳບາງຈຸດຖ້ວມເຖິງ 1.0-1.30 ແມັດ, ບໍລິເວນໜ້າເດີມໍງາມວົງວານ ລະດັບນ້ຳຍັງສູງ ລົດຈັກ ແລະ ລົດໃຫຍ່ຂະໜາດນ້ອຍຍັງບໍ່ສາມາດສັນຈອນໄດ້ ແລະ ຖະໜົນແຈ້ງວັດທະນະ ຍັງມີນ້ຳຖ້ວມຂັງສູງ.
ສຳລັບບາງຈຸດທີ່ປະລິມານນ້ຳຫຼຸດລົງແລ້ວມີ: ຖະໜົນວິພາວະດີຮັງສິດ ລະດັບນ້ຳຫຼຸດລົງຢ່າງຕໍ່ເນື່ອງລົດນ້ອຍເລີ່ມກັບມາສັນຈອນໄດ້ຕາມປົກກະຕິ ແລະ ຖະໜົນສຸຂຸມວິດ ແລະ ເຂດຣັດຊະດາພິເສກ ສາມາດລະບາຍນ້ຳອອກຈົນແຫ້ງເກືອບເປັນປົກກະຕິແລ້ວໃນຊ່ວງເຊົ້າມື້ນີ້

Scroll to Top